lo_tn/num/18/14.md

3.9 KiB

ປະໂຫຍກເຊື່ອມຕໍ່:

ພຣະເຈົ້າເວົ້າຕໍ່ອາໂຣນຕໍ່ໄປ.

ທຸກສິ່ງທີ່ເກີດຄັ້ງທຳອິດ, ລູກຫົວປີທັງຫມົດ

ສອງວະລີນີ້ຫມາຍເຖິງພື້ນຖານຄືກັນ. ອາດຈະແປໄດ້ອີກວ່າ: "ລູກຊາຍກົກທຸກຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ທຸກສິ່ງທີ່ເກີດຄັ້ງທຳອິດ

ສຳນວນ "ເປີດມົດລູກ"ຫມາຍຄວາມວ່າເປັນຊາຍທຳອິດ ທີ່ແມ່ເກີດລູກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ປະຊາຊົນຈະຕ້ອງຊື້ລູກຊາຍກົກທຸກຄົນກັບຄືນຢ່າງແນ່ນອນ

ແທນທີ່ຈະເສຍສະລະລູກຊາຍກົກຂອງພວກເຂົາ, ປະຊາຊົນຕ້ອງຈ່າຍຄ່າປະໂລຫິດ ສຳລັບລູກຊາຍຂອງພວກເຂົາ.

ປະຊາຊົນຈະນຳລູກກົກເຫລົ່ານັ້ນກັບໄປດ້ວຍການຊື້ຄືນໄປຫລັງຈາກທີ່ມີອາຍຸໄດ້ຫນຶ່ງເດືອນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ປະຊາຊົນຕ້ອງຊື້ພວກເຂົາຄືນ ເມື່ອພວກເຂົາມີອາຍຸໄດ້ຫນຶ່ງເດືອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ປະຊາຊົນຈະນຳລູກກົກເຫລົ່ານັ້ນກັບໄປດ້ວຍການຊື້ຄືນ

ສ່ວນຫລາຍອາດຈະຫມາຍເຖິງ ສະເພາະມະນຸດລູກກົກທີ່ຕ້ອງໄດ້ຊື້ຄືນແລະບໍ່ແມ່ນສັດທີ່ບໍ່ສະອາດມາກ່ອນ.

ເງິນຫ້າຫລຽນ...ເທົ່າກັບຊາວເກຣາ

ຖ້າມັນຈຳເປັນຕ້ອງນຳໃຊ້ຫົວຫນ່ວຍນໍ້າຫນັກທີ່ທັນສະໄຫມ, ນີ້ແມ່ນສອງວິທີການເຮັດ. ອາດຈະແປໄດ້ອີກວ່າ: "ເງິນຫ້າຫລຽນ ... ແຕ່ລະອັນເທົ່າກັບສິບກຣາມ" ຫລື "ເງິນຫ້າສິບກຣາມ, ໂດຍໃຊ້ນໍ້າຫນັກມາດຕະຖານທີ່ຖືກນຳໃຊ້ໃນພຣະວິຫານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-bweight)

ເງິນຫ້າຫລຽນ

ເງິນຫລຽນຫນຶ່ງແມ່ນຫົວຫນ່ວຍນໍ້າຫນັກ. ສິ່ງທີ່ມີນໍ້າຫນັກສາມາດລະບຸໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: "ເງິນຫ້າຫລຽນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຕາມຫລຽນຂອງສໍານັກນະມັດສະການ

ມີນໍ້າຫນັກແຕກຕ່າງກັນ. ນີ້ແມ່ນສິ່ງທີ່ຜູ້ຄົນຕ້ອງໃຊ້ໃນພຣະວິຫານຂອງຫໍເຕັນທີ່ສັກສິດ. ມັນມີນໍ້າຫນັກຊາວເກເຣ, ຊຶ່ຶງມີປະມານ 11 ກຣາມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-bweight)