lo_tn/num/18/06.md

3.7 KiB

ປະໂຫຍກເຊື່ອມຕໍ່:

ພຣະຢາເວຍັງເວົ້າຕໍ່ອາໂຣນຢູ່ຕໍ່ໄປ.

ພວກເຂົາເປັນຂອງປະທານແກ່ເຈົ້າ

ພຣະຢາເວ ແຕ່ງຕັ້ງຄົນເລວີໃຫ້ຊ່ວຍອາໂຣນແມ່ນເວົ້າເຖິງວ່າພວກເຂົາເປັນຂອງຂວັນທີ່ ພຣະຢາເວ ກຳລັງໃຫ້ອາໂຣນ. ອາດຈະແປໄດ້ອີກວ່າ: "ພວກເຂົາຄືກັບຂອງຂວັນສຳລັບເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທີ່ໄດ້ມອບຖວາຍໃຫ້ເຮົາ

ທີ່ນີ້“ຖວາຍໃຫ້” ພຣະເຈົ້າຫມາຍເຖິງການຖືກຈັດໃຫ້ແຕກເພື່ອຮັບໃຊ້ພຣະເຈົ້າ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ຊຶ່ງຂ້າພະເຈົ້າໄດ້ແຍກໃຫ້ຕົວເອງ" ຫລື "ແລະຂ້າພະເຈົ້າໄດ້ແຍກພວກເຂົາໄວ້ໃຫ້ຕົວເອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ສະເພາະເຈົ້າແລະພວກລູກຊາຍຂອງເຈົ້າ

ທີ່ນີ້ "ເຈົ້າ" ແລະ "ຂອງເຈົ້າ" ແມ່ນຈຳນວນຫນ້ອຍ ແລະອ້າງເຖິງອາໂຣນ. ການປະກົດຕົວອື່ນໆຂອງ "ເຈົ້າ" ແລະ "ຂອງເຈົ້າ "ແມ່ນຈຳນວນຫລາຍແລະອ້າງອີງເຖິງອາໂຣນ ແລະພວກລູກຊາຍຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ທີ່ຈະເຮັດຫນ້າທີ່ໃນຕຳແຫນ່ງປະໂຣຫິດ

"ເຮັດວຽກຂອງປະໂລຫິດ"

ທຸກສິ່ງທີ່ຢູ່ໃນຜ້າກັ້ງນັ້ນ

ການຢູ່ພາຍໃນຜ້າມ່ານສະແດງເຖິງ ການຢູ່ພາຍໃນຫ້ອງຫລັງຂອງຜ້າກັ້ງ. ອາດຈະແປໄດ້ອີກວ່າ: "ທຸກຢ່າງຢູ່ໃນຫ້ອງຫລັງຂອງຜ້າກັ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄົນໃດທີ່ເປັນຄົນຕ່າງຊາດເຂົ້າມາໃກ້ ຈະຕ້ອງຖືກລົງໂທດເຖິງຕາຍ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ຄົນຕ່າງຊາດຄົນໃດທີ່ເຂົ້າຫາຕ້ອງຕາຍ" ຫລື "ເຈົ້າຕ້ອງຂ້າຄົນຕ່າງຊາດທີ່ເຂົ້າໃກ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຜູ້ທີ່ເຂົ້າມາໃກ້

ສິ່ງທີ່ພວກເຂົາບໍ່ຄວນເຂົ້າຫາ ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: "ຜູ້ທີ່ເຂົ້າຫາສິ່ງທີ່ສັກສິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)