lo_tn/num/16/20.md

2.0 KiB

ທີ່ເຮົາຈະທຳລາຍພວກເຂົາ

ການທຳລາຍພວກມັນເວົ້າຄືກັບວ່າ ພຣະເຈົ້າຈະກິນພວກເຂົາ. ອາດຈະແປໄດ້ອີກວ່າ: "ເພື່ອເຮົາຈະທຳລາຍພວກເຂົາ" ຫລື "ແລະເຮົາຈະທຳລາຍພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫມູບຫນ້າລົງ

ສິ່ງນີ້ສະແດງໃຫ້ເຫັນວ່າໂມເຊ ແລະ ອາໂຣນຖ່ອມຕົວລົງຕໍ່ຫນ້າພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ພຣະເຈົ້າແຫ່ງວິນຍານຂອງມວນມະນຸດ

ໃນນີ້ຄຳວ່າ “ວິນຍານ” ຫມາຍເຖິງຄວາມສາມາດໃນການດຳລົງຊີວິດ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າຜູ້ທີ່ໃຫ້ຊີວິດແກ່ມະນຸດທຸກຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຖ້າຫາກຄົນຫນຶ່ງເຮັດບາບ, ພຣະອົງຈະຊົງໂກດຮ້າຍຕໍ່ຊຸມຊົນທັງຫມົດບໍ?

ໂມເຊ ແລະ ອາໂຣນໃຊ້ ຄຳຖາມນີ້ເພື່ອອ້ອນວອນຕໍ່ພຣະເຈົ້າ ສຳລັບປະຊາຊົນ. ສາມາດຖືກແປເປັນຄໍາຖະແຫລງການ. ອາດຈະແປໄດ້ອີກວ່າ: "ກະລຸນາຢ່າໂກດແຄ້ນຕໍ່ຊຸມຊົນທັງຫມົດ ເພາະວ່າຜູ້ຊາຍຄົນຫນຶ່ງເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)