lo_tn/num/16/12.md

4.0 KiB

ເປັນສິ່ງເລັກນ້ອຍສຳລັບທ່ານບໍ ການທີ່ທ່ານພາເຮົາ...ເພື່ອທີ່ຈະຂ້າເຮົາໃນຖິ່ນທຸລະກັນດານ

ດາທານ ແລະ ອາບີຣາມ ໃຊ້ຄຳຖາມນີ້ເພື່ອຕຳນິໂມເຊ.ສາມາດຖືກແປເປັນຄໍາຖະແຫລງການ. ອາດຈະແປໄດ້ອີກວ່າ: "ເຈົ້າປະພຶດຕົວຄືກັບວ່າມັນເປັນສິ່ງເລັກໆນ້ອຍໆທີ່ເຈົ້າຈະນຳພວກເຮົາ ... ເພື່ອພວກເຮົາຈະຕາຍໃນຖິ່ນແຫ້ງແລ້ງກັນດານ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ສິ່ງເລັກນ້ອຍ

"ບໍ່ພຽງພໍ" ຫລື "ບໍ່ສຳຄັນ"

ໃນແຜ່ນດິນທີ່ອຸດົມສົມບູນດ້ວຍນໍ້ານົມ ແລະ ນໍ້າເຜິ້ງ

ພວກເຂົາໄດ້ເວົ້າເຖິງດິນແດນທີ່ດີສຳລັບສັດ ແລະ ພືດພັນຄືກັບນົມແລະ ນໍ້າເຜິ້ງຈາກສັດ ແລະ ພືດເຫລົ່ານັ້ນທີ່ໄຫລຜ່ານດິນ. ເບິ່ງເພີ່ມເຕີມທີ່ທ່ານແປສິ່ງນີ້ໃນ 14:6. ອາດຈະແປໄດ້ອີກວ່າ: "ນັ້ນແມ່ນສິ່ງທີ່ດີເລີດສຳລັບການລ້ຽງສັດ ແລະ ປູກພືດຕ່າງໆ" ຫລື "ດິນແດນທີ່ອຸດົມສົມບູນຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ໄດ້ມອບ

ພວກເຂົາເວົ້າເຖິງສິ່ງທີ່ພຣະເຈົ້າຈະປະທານໃຫ້ພວກເຂົາ ເປັນຂອງພວກເຂົາຕະຫລອດໄປ ຄືກັບວ່າມັນເປັນມໍຣະດົກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບັດນີ້ທ່ານຈະເຮັດໃຫ້ເຮົາຕາບອດດ້ວຍຄຳສັນຍາທີ່ວ່າງເປົ່າບໍ?

ປະຊາຊົນໃຊ້ຄຳຖາມນີ້ໃສ່ຂໍ້ກ່າວຫາໂມເຊ. ສາມາດຖືກແປເປັນຄໍາຖະແຫລງການ. ອາດຈະແປໄດ້ອີກວ່າ: "ບັດນີ້ເຈົ້າຢາກເຮັດໃຫ້ພວກເຮົາຕາບອດກັບຄຳຫມັ້ນສັນຍາທີ່ເປົ່າຫວ່າງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion

ເຮັດໃຫ້ເຮົາຕາບອດ

ການຫລອກລວງຜູ້ຄົນແມ່ນເວົ້າເຖິງການເຮັດໃຫ້ພວກເຂົາຕາບອດ. ອາດຈະແປໄດ້ອີກວ່າ: "ເພື່ອຫລອກລວງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວຍຄຳສັນຍາທີ່ວ່າງເປົ່າ

ພວກເຂົາເວົ້າເຖິງຄຳສັນຍາທີ່ບໍ່ຖືກເກັບໄວ້ຄືກັບວ່າມັນເປັນພາຊະນະເກັບມ້ຽນ. ອາດຈະແປໄດ້ອີກວ່າ: "ດ້ວຍຄຳສັນຍາທີ່ທ່ານບໍ່ຮັກສາ" ຫລື "ໂດຍສັນຍາວ່າຈະເຮັດໃນສິ່ງທີ່ທ່ານບໍ່ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)