lo_tn/num/16/08.md

2.7 KiB

ນັ້ນເປັນສິ່ງເລັກນ້ອຍສຳລັບທ່ານບໍ...ເພື່ອຮັບໃຊ້ພວກເຂົາ?

ໂມເຊໃຊ້ຄຳຖາມນີ້ເພື່ອຕຳນິໂຄຣາ ແລະ ພວກຜູ້ຊາຍທີ່ຢູ່ນຳລາວ. ສາມາດເວົ້າຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ເຈົ້າປະພຶດຕົວຄືກັບວ່າມັນເປັນເລື່ອງນ້ອຍສຳລັບເຈົ້າ ... ທີ່ຈະຮັບໃຊ້ພວກເຂົາ" ຫລື "ເຈົ້າບໍ່ຄວນຖືວ່າມັນເປັນສິ່ງເລັກໆນ້ອຍໆ ... ເພື່ອຮັບໃຊ້ພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນສິ່ງເລັກນ້ອຍສຳລັບທ່ານ

"ບໍ່ພຽງພໍສຳລັບທ່ານ" ຫລື "ບໍ່ສຳຄັນສຳລັບທ່ານ"

ເຈົ້າກຳລັງສະແຫວງຫາຕຳແຫນ່ງປະໂຣຫິດອີກ

ຢາກມີຖານະປະໂລຫິດແມ່ນເວົ້າຄືກັບວ່າ ພວກເຂົາກຳລັງຊອກຫາ. ອາດຈະແປໄດ້ອີກວ່າ: "ເຈົ້າຢາກມີຖານະປະໂລຫິດຄືກັນ" ຫລື "ເຈົ້າຢາກເປັນປະໂລຫິດເຊັ່ນກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດັ່ງນັ້ນເປັນຫຍັງເຈົ້າຈຶ່ງຈົ່ມວ່າກ່ຽວກັບອາໂຣນ, ຜູ້ທີ່ເຊື່ອຟັງພຣະຢາເວ?"

ໂມເຊໃຊ້ຄຳຖາມນີ້ເພື່ອສະແດງໃຫ້ພວກເຂົາເຫັນວ່າເມື່ອພວກເຂົາຈົ່ມກ່ຽວກັບສິ່ງທີ່ອາໂຣນເຮັດ, ພວກເຂົາກຳລັງຮ້ອງທຸກຕໍ່ພຣະຢາເວແທ້ໆ, ເພາະວ່າອາໂຣນໄດ້ເຮັດໃນສິ່ງທີ່ພຣະຢາເວສັ່ງໃຫ້ລາວເຮັດ. ອາດຈະແປໄດ້ອີກວ່າ: "ເຈົ້າບໍ່ໄດ້ຈົ່ມກ່ຽວກັບອາໂຣນແທ້ໆ, ແຕ່ກ່ຽວກັບພຣະຢາເວ, ຜູ້ທີ່ອາໂຣນເຊື່ອຟັງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)