lo_tn/num/11/21.md

2.9 KiB

ເຮົາຄວນຈະຂ້າຝູງແບ້ແກະແລະຝູງງົວມາເພື່ອໃຫ້ພວກເຂົາພໍໃຈບໍ? ເຮົາຄວນຈະຈັບປາທັງຫມົດໃນທະເລມາເພື່ອເຮັດໃຫ້ພວກເຂົາພໍໃຈບໍ?

ໂມເຊໃຊ້ຄຳຖາມເຫລົ່ານີ້ເພື່ອສະແດງຄວາມສົງໄສຂອງລາວວ່າອາດຈະມີຊີ້ນພຽງພໍທີ່ຈະລ້ຽງປະຊາຊົນທັງຫມົດ. ອາດຈະແປໄດ້ອີກວ່າ: "ພວກເຮົາຈະຕ້ອງຂ້າຝູງແບ້ ແລະ ຝູງແກະທັງຫມົດ ແລະຈັບປາທັງຫມົດໃນທະເລເພື່ອໃຫ້ພວກມັນພໍໃຈ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຝູງແບ້ ແກະແລະຝູງງົວ

ສອງຄຳນີ້ຫມາຍຄວາມວ່າໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ພ້ອມກັນພວກເຂົາເນັ້ນຫນັກສັດຈຳນວນຫລວງຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ປາທັງຫມົດໃນທະເລ

ໂມເຊໃຊ້ຄຳເວົ້າເກີນຄວາມຈິງ ເພື່ອສະແດງໃຫ້ເຫັນວ່າລາວເຊື່ອວ່າມັນເປັນໄປບໍ່ໄດ້ທີ່ຈະຈັດຫາອາຫານ ສຳລັບປະຊາຊົນອິດສະຣາເອນທຸກຄົນ. (ເບິ່ງເພີ່ມເຕີມ rc://*/ta/man/translate/figs-hyperbole)

ເຮັດໃຫ້ພວກເຂົາພໍໃຈ

"ເພື່ອຕອບສະຫນອງຄວາມອຶດຫິວຂອງພວກເຂົາ"

ມືຂອງເຮົາສັ້ນໄປບໍ?

ໃນນີ້ຄຳວ່າ "ມື" ສະແດງເຖິງພະລັງຂອງພຣະເຈົ້າ. ພຣະເຈົ້າໃຊ້ຄຳຖາມນີ້ເພື່ອຕຳນິຕິຕຽນໂມເຊ ເພາະຄິດວ່າພຣະເຈົ້າບໍ່ມີອຳນາດທີ່ຈະຈັດຫາຊີ້ນໃຫ້ປະຊາຊົນຢ່າງພຽງພໍ. ອາດຈະແປໄດ້ອີກວ່າ: "ທ່ານຄິດວ່າຂ້ອຍບໍ່ມີອໍານາດພຽງພໍທີ່ຈະເຮັດສິ່ງນີ້ບໍ?" ຫລື "ເຈົ້າຄວນຮູ້ວ່າເຮົາມີຄວາມເຂັ້ມແຂງພຽງພໍທີ່ຈະເຮັດສິ່ງນີ້." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-rquestion]])