lo_tn/num/11/18.md

2.2 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງເວົ້າຕໍ່ໂມເຊຕໍ່ໄປ.

ໃຜຈະໃຫ້ຊີ້ນເຮົາກິນ?

ຊາວອິດສະຣາເອນໄດ້ຖາມຄຳຖາມນີ້ ເພື່ອຈົ່ມ ແລະ ສະແດງຄວາມປາຖະໜາຂອງເຂົາເຈົ້າ ສຳລັບສິ່ງອື່ນນອກເຫນືອຈາກມານາທີ່ຈະກິນ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ພວກເຮົາປາຖະຫນາວ່າພວກເຮົາມີຊີ້ນກິນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈົນຊີ້ນອອກມາທາງຮູດັງຂອງເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະເຈົ້າກ່າວເຖິງອາການຮາກຄືກັບວ່າອາຫານຈະອອກມາຈາກຮູດັງຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ຈົນກວ່າເຈົ້າຈະເຈັບ ແລະ ຮາກ" ຫລື 2) ພວກເຂົາຈະກິນຊີ້ນຫລາຍຈົນວ່າມັນຈະອອກມາຈາກຮູດັງຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ຈົນກວ່າມັນຈະຮູ້ສຶກວ່າມັນຈະຕ້ອງອອກມາຈາກຮູດັງຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນຫຍັງເຮົາຈຶ່ງອອກມາຈາກເອຢິບ?

ປະຊາຊົນໄດ້ໃຊ້ຄຳຖາມນີ້ເພື່ອສະແດງຄວາມເສຍໃຈ ແລະ ຮ້ອງທຸກ. ອາດຈະແປໄດ້ອີກວ່າ: "ພວກເຮົາບໍ່ຄວນອອກຈາກປະເທດເອຢິບ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)