lo_tn/num/11/11.md

4.3 KiB

ຂໍ້ມູນທົ່ວໄປ:

ໂມເຊຈົ່ມກັບພຣະຢາເວ ໂດຍໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນຫຍັງພຣະອົງຈຶ່ງເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງລຳບາກເຊັ່ນນີ້? ເປັນຫຍັງພຣະອົງຈຶ່ງບໍ່ຊົງພໍພຣະໄທຂ້ານ້ອຍ?

ໂມເຊໃຊ້ ຄຳຖາມເຫລົ່ານີ້ຈົ່ມກ່ຽວກັບວິທີທີ່ພຣະເຈົ້າປະຕິບັດກັບລາວ. ພວກເຂົາສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ທ່ານບໍ່ຄວນປະຕິບັດກັບຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ, ບໍ່ດີເລີຍ. ທ່ານບໍ່ຄວນໃຈຮ້າຍກັບຂ້ານ້ອຍ" ຫລື "ຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານບໍ່ໄດ້ເຮັດຫຍັງຜິດເພື່ອໃຫ້ທ່ານເຮັດບໍ່ດີຕໍ່ຂ້ານ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພຣະອົງຊົງເຮັດໃຫ້ຂ້ານ້ອຍແບກພາລະຫນັກຈົນເກີນກຳລັງກັບຄົນທັງຫມົດນີ້

ໂມເຊຈົ່ມ ແລະ ກ່າວເຖິງການນຳພາປະຊາຊົນ ແລະ ຈັດຫາງານໃຫ້ຄືກັບວ່າລາວກຳລັງແບກພາລະຫນັກ. ອາດຈະແປໄດ້ອີກວ່າ: "ທ່ານເຮັດໃຫ້ຂ້ານ້ອຍຮັບຜິດຊອບຕໍ່ຄົນທັງຫມົດນີ້, ແຕ່ມັນຍາກເກີນໄປສຳລັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້ານອ້ຍຕັ້ງທ້ອງຄົນເຫລົ່ານີ້ມາບໍ? ຂ້ານ້ອຍເກີດພວກເຂົາມາ ເພື່ອທີ່ພຣະອົງຈະກ່າວກັບຂ້ານ້ອຍ

ໂມເຊໄດ້ໃຊ້ຄຳຖາມເຫລົ່ານີ້ເພື່ອເຮັດໃຫ້ພຣະເຈົ້າຄິດເຖິງຄວາມຈິງທີ່ວ່າໂມເຊບໍ່ແມ່ນພໍ່ຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍບໍ່ແມ່ນພໍ່ຂອງຄົນທັງຫມົດເຫລົ່ານີ້. ດັ່ງນັ້ນມັນບໍ່ຍຸຕິທຳທີ່ທ່ານຄວນເວົ້າກັບຂ້ານ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈົ່ງອຸ້ມເຂົາໄວ້ແນບເອິກຂອງເຈົ້າເຫມືອນກັບພໍ່ອຸ້ມລູກນ້ອຍ

ນີ້ຫມາຍຄວາມວ່າໂມເຊຕ້ອງຮັບຜິດຊອບຕໍ່ຜູ້ຄົນທີ່ບໍ່ສາມາດເບິ່ງແຍງຕົວເອງໄດ້, ຄືກັບພໍ່ແມ່ຕ້ອງເບິ່ງແຍງເດັກອ່ອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຂ້ານ້ອຍຄວນຈະອຸ້ມພວກເຂົາ...ເພື່ອພວກເຂົາບໍ?

ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປເປັນຄຳເວົ້າ. ອາດຈະແປໄດ້ອີກວ່າ: "ທ່ານບໍ່ຄວນຄາດຫວັງວ່າຂ້ານ້ອຍຈະແບກພວກເຂົາ ... ເພື່ອພວກເຂົາ" ຫລື "ຂ້ານ້ອຍບໍ່ສາມາດທີ່ຈະແບກພວກເຂົາ ... ເພື່ອໃຫ້ພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)