lo_tn/num/10/35.md

2.8 KiB

ເມື່ອໃດກໍຕາມທີ່ຫີບນັ້ນອອກເດີນທາງ

ທີ່ນີ້ຫີບເວົ້າເຖິງຄືກັບວ່າເປັນຄົນເດີນທາງໄປ. ຫີບໃຫຍ່ກຳລັງຖືກຜູ້ຊາຍແບກໄປນຳ. ອາດຈະແປໄດ້ອີກວ່າ: "ທຸກຄັ້ງທີ່ຄົນທີ່ເອົາຫີບອອກໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຂໍພຣະຢາເວ, ຊົງລຸກຂຶ້ນ

ທີ່ນີ້ວະລີ "ລຸກຂື້ນ" ແມ່ນການຮ້ອງຂໍໃຫ້ພຣະຢາເວປະຕິບັດ, ໃນກໍລະນີນີ້ໂມເຊ ກຳລັງຂໍໃຫ້ພຣະອົງກະຈັດກະຈາຍສັດຕູຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍໃຫ້ຄົນເຫລົ່ານັ້ນທີ່ກຽດຊັງພຣະອົງແລ່ນຫນີໄປຈາກພຣະອົງ

ນີ້ແມ່ນໂມເຊເວົ້າກ່ຽວກັບພຣະຢາເວ ທີ່ເຮັດໃຫ້ສັດຕູຂອງພວກເຂົາຫນີ ຈາກປະຊາຊົນອິດສະຣາເອນ ຄືກັບວ່າພວກເຂົາໄດ້ຫນີຈາກພຣະຢາເວເອງ. ອາດຈະແປໄດ້ອີກວ່າ: "ເຮັດໃຫ້ຜູ້ທີ່ກຽດຊັງພຣະອົງແລ່ນຫນີຈາກຫີບ ແລະປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເມື່ອໃດກໍຕາມທີ່ຫີບນັ້ນຢຸດລົງ

ທີ່ນີ້ຫີບເວົ້າເຖິງຄືກັບວ່າເປັນຄົນເດີນທາງໄປ. ຫີບໃຫຍ່ກຳລັງຖືກຜູ້ຊາຍແບກໄປນຳ. ອາດຈະແປໄດ້ອີກວ່າ: "ທຸກຄັ້ງທີ່ປະຊາຊົນທີ່ຫາມຫີບຢຸດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຈຳນວນມາກມາຍຫລາຍຫມື່ນຄົນ

ນີ້ຫມາຍເຖິງຄົນ. ຄວາມຫມາຍອັນເຕັມທີ່ຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: "ຫລາຍສິບພັນຄົນຂອງປະຊາຊົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)