lo_tn/num/10/33.md

1.5 KiB

ພວກເຂົາໄດ້ເດີນທາງ

"ພວກເຂົາ" ຫມາຍເຖິງປະຊາຊົນອິດສະຣາເອນ.

ພູເຂົາແຫ່ງ ພຣະຢາເວ

ນີ້ຫມາຍເຖິງພູເຂົາຊີນາຍ. ຄວາມຫມາຍອັນເຕັມທີ່ຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: "ພູເຂົາຊີນາຍ, ພູເຂົາຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຫີບແຫ່ງພັນທະສັນຍາຂອງພຣະຢາເວ ກໍໄປຂ້າງຫນ້າພວກເຂົາ

ກຸ່ມຊາວເລວີທີ່ຫາມແຫ່ງພັນທະສັນຍານັ້ນກໍເດີນທາງຕໍ່ຫນ້າປະຊາຊົນອິດສະຣາເອນໃນຂະນະທີ່ເດີນທາງ. ອາດຈະແປໄດ້ອີກວ່າ: "ຜູ້ຊາຍໄດ້ຫາມຫີບແຫ່ງພັນທະສັນຍາຂອງພຣະຢາເວມາຢູ່ຕໍ່ຫນ້າພວກເຂົາໃນຂະນະທີ່ພວກເຂົາເດີນທາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ໃນຕອນກາງເວັນ

"ທຸກໆມື້" ຫລື "ໃນລະຫວ່າງມື້"