lo_tn/num/05/20.md

4.4 KiB

ທີ່ຢູ່ພາຍໃຕ້ຜົວ

ວະລີນີ້ຫມາຍຄວາມວ່ານາງຢູ່ໃຕ້ອຳນາດຂອງຜົວຂອງນາງ. ອາດຈະແປໄດ້ອີກວ່າ: "ພາຍໃຕ້ສິດອຳນາດຂອງຜົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບໍ່ໄດ້ຫລົງຜິດ

ຄຳວ່າ "ຫລົງຜິດ" ແມ່ນຄຳເວົ້າທີ່ມີຄວາມຫມາຍວ່າ "ບໍ່ສັດຊື່." ອາດຈະແປໄດ້ອີກວ່າ: "ຖ້າເຈົ້າບໍ່ສັດຊື່ຕໍ່ຜົວຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຖ້າເຈົ້າເປັນມົນທິນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ເຈົ້າໄດ້ເຮັດໃຫ້ຕົວເອງເປັນມົນທິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເພື່ອທີ່ຈະນຳຄຳສາບແຊ່ງລົງມາເທິງນາງ

ສຳນວນທີ່ວ່າ "ເອົາຄຳສາບແຊ່ງລົງ" ເປັນຄຳເວົ້າທີ່ເປັນຄຳສັບສຳລັບຄຳສາບແຊ່ງທີ່ຈະມາສູ່ນາງ. ອາດຈະແປໄດ້ອີກວ່າ: "ທີ່ສາມາດເຮັດໃຫ້ມີການສາບແຊ່ງມາສູ່ນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພຣະຢາເວຈະຊົງເຮັດໃຫ້ເຈົ້າຕົກຢູ່ໃນຄຳສາບແຊ່...ເພື່ອໃຫ້ຊຸມຊົນຂອງເຈົ້າເຫັນວ່າເປັນເຊັ່ນນັ້ນ

ຕໍ່ໄປນີ້ຜູ້ຂຽນເວົ້າກ່ຽວກັບແມ່ຍິງທີ່ແບກສາບແຊ່ງທີ່ພຣະຢາເວເຮັດໃຫ້ນາງ, ຊຶ່ງເຮັດໃຫ້ຄົນອື່ນສາບແຊ່ງນາງ. ສິ່ງນີ້ເວົ້າໄດ້ຄືກັບວ່າຜູ້ຍິງເອງກາຍເປັນຄຳສາບແຊ່ງ. ອາດຈະແປໄດ້ອີກວ່າ: "ເນື່ອງຈາກວ່າ ພຣະຢາເວ ສາບແຊ່ງເຈົ້າ, ຄົນອື່ນຈະສາບແຊ່ງເຈົ້າເຊັ່ນກັນ, ແລະ ພຣະຢາເວ ຈະສະແດງຜູ້ຄົນໃຫ້ວ່າ ເຈົ້າຖືກສາບແຊ່ງແທ້ໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພື່ອໃຫ້ຊຸມຊົນຂອງເຈົ້າເຫັນວ່າເປັນເຊັ່ນນັ້ນ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ເຮົາຈະສະແດງຕໍ່ປະຊາຊົນຂອງເຈົ້າວ່າ ເປັນຄຳສາບແຊ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເຮັດໃຫ້ກົກຂາຂອງເຈົ້າລີບໄປ ແລະເຮັດໃຫ້ທ້ອງຂອງເຈົ້າໄຄ່

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ວ່າແມ່ຍິງຈະບໍ່ສາມາດມີລູກ ຫລື2) ວ່າການຖືພາຂອງແມ່ຍິງຈະສິ້ນສຸດລົງໄວ ແລະ ເດັກກໍ່ຈະຕາຍ.

ເຮັດໃຫ້ກົກຂາຂອງເຈົ້າລີບໄປ

ໃນນີ້ຄຳວ່າ “ກົກຂາ” ແມ່ນວິທີທີ່ສຸພາບໃນການອ້າງເຖິງມົດລູກຂອງແມ່ຍິງ ຫລື ສ່ວນລີ້ລັບຂອງນາງ. ອາດຈະແປໄດ້ອີກວ່າ: "ມົດລູກຂອງເຈົ້າບໍ່ມີປະໂຫຍດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)