lo_tn/num/05/08.md

3.8 KiB

ແຕ່ຖ້າຄົນທີ່ເຂົາໄດ້ກະທຳຜິດບໍ່ມີພີ່ນ້ອງໃກ້ຊິດ ທີ່ຈະຮັບຄ່າໃຊ້ແທນຄືນ

ໂດຍປົກກະຕິແລ້ວຜູ້ທີ່ເຮັດຜິດຈະໄດ້ຮັບການຈ່າຍເງິນ ແຕ່ຖ້າຄົນນັ້ນເສຍຊີວິດການຈ່າຍເງິນຈະໄປຫາຍາດພີ່ນ້ອງທີ່ໃກ້ຊິດທີ່ສຸດ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: "ແຕ່ຖ້າວ່າຜູ້ທີ່ເຮັດຜິດໄດ້ເສຍຊີວິດ ແລະ ບໍ່ມີຍາດພີ່ນ້ອງໃກ້ຊິດທີ່ຈະໄດ້ຮັບການຈ່າຍເງິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຖ້າຄົນທີ່ເຂົາໄດ້ກະທຳຜິດ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ຖ້າບຸກຄົນທີ່ຜູ້ກະທຳຜິດໄດ້ກະທຳຜິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄ່າການເຮັດຜິດຂອງເຂົາໃຫ້ກັບເຮົາຜ່ານທາງປະໂຣຫິດ

ຖ້າບຸກຄົນໃດຫນຶ່ງຈ່າຍເງິນໃຫ້ປະໂຣຫິດ ເພື່ອຈ່າຍຄ່າຄວາມຜິດຂອງເຂົາມັນກໍ່ຄືກັນກັບວ່າບຸກຄົນນັ້ນໄດ້ຈ່າຍເງິນໃຫ້ພຣະຢາເວ.

ທີ່ຈະລົບບາບໃຫ້ກັບຕົວເຂົາເອງ

ການຊົດໃຊ້ແມ່ນເຮັດເພື່ອຄວາມບາບຂອງມະນຸດ. ຕໍ່ໄປນີ້ແມ່ນບ່ອນທີ່ ພຣະຢາເວກ່າວເຖິງບາບຂອງຜູ້ຊາຍວ່າ "ຕົນເອງ." ອາດຈະແປໄດ້ອີກວ່າ: "ເພື່ອຊົດໃຊ້ແທນບາບຂອງເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບັນດາສິ່ງທີ່ຄົນອິດສະຣາເອນ, ແຍກໄວ້ແລະນຳມາໃຫ້ປະໂຣຫິດກໍຈະເປັນຂອງເຂົາ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ສິ່ງຂອງທີ່ປະຊາຊົນອິດສະຣາເອນກຳນົດໄວ້ ແລະ ນຳໄປສູ່ປະໂຣຫິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເຄື່ອງບູຊາຂອງທຸກຄົນຈະເປັນຂອງປະໂຣຫິດ; ຖ້າຄົນໃດມອບສິ່ງໃດໆໃຫ້ແກ່ປະໂຣຫິດ, ສິ່ງນັ້ນກໍຈະເປັນຂອງເຂົາ

ສອງວະລີນີ້ຫມາຍຄວາມວ່າ ໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ອາດຈະຖືກລວມເຂົ້າກັນ ເພື່ອກ່າວວ່າເຄື່ອງຖວາຍທີ່ຜູ້ໃດຜູ້ຫນຶ່ງ ຖວາຍເປັນຂອງປະໂຣຫິດທີ່ພວກເຂົາໄດ້ມອບໃຫ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)