lo_tn/neh/10/32.md

2.3 KiB

ປະໂຫຍກເຊື່ອມຕໍ່:

ໃນຂໍ້ພຣະຄຳນີ້, ປະຊາຊົນສືບຕໍ່ອະທິບາຍເນື້ອໃນຂອງຄຳສາບານທີ່ພວກເຂົາກຳລັງເຮັດໃນ NEH 10:28.

ພວກເຮົາຍອມຮັບພຣະບັນຊາ

"ພວກເຮົາສັນຍາພວກເຮົາຈະເຊື່ອຟັງພະບັນຊາ"

ພວກເຮົາຍອມຮັບ

ຄຳແທນນາມ "ພວກເຮົາ" ຢູ່ນີ້ລວມມີຊົນອິດສະຣາເອນທັງຫມົດລວມທັງເນເຫມີຢາຍົກເວັ້ນແຕ່ປະໂລຫິດ ແລະ ເລວີ, ແລະ ບໍ່ລວມຜູ້ອ່ານປື້ມຫົວນີ້ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ສາມສ່ວນໃນແຕ່ລະປີ

"1/3 ແຕ່ລະປີ." "ສ່ວນ" ຫມາຍເຖິງພາກສ່ວນຫນຶ່ງອອກຈາກສາມພາກສ່ວນເທົ່າກັນ. ນີ້ສາມາດຂຽນໃນການວັດແທກທີ່ທັນສະໄຫມ. ອາດແປໄດ້ອີກວ່າ: "5 ໂບຂອງເງິນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-bmoney]] ແລະ [[rc:///ta/man/translate/translate-fraction]])

ເພື່ອປະຕິບັດໃນ

"ເພື່ອຄ່າດູແລ"

ເຂົ້າຈີ່ຫນ້າພຣະພັກ

ນີ້ຫມາຍເຖິງເຂົ້າຈີ່ 12 ກ້ອນທີ່ອົບໂດຍບໍ່ມີເຊື້ອແປ້ງເກັບຮັກສາໄວ້ໃນວິຫານ ແລະ ໃຊ້ເພື່ອເປັນສັນຍາລັກເຖິງການສະຖິດຂອງພຣະເຈົ້າກັບປະຊາຊົນຂອງພຣະອົງ.

ເທດສະການຂຶ້ນຫນຶ່ງຄ່ຳ

ເຫລົ່ານີ້ແມ່ນການສະເຫລີມສະຫລອງທີ່ຈັດຂຶ້ນໃນເວລາທີ່ດວງຈັນເປັນພຽງເຫມືອນໂຄມໄຟນ້ອຍໆໃນທ້ອງຟ້າ.