lo_tn/neh/10/30.md

3.3 KiB

ປະໂຫຍກເຊື່ອມຕໍ່:

ໃນຂໍ້ພຣະຄຳນີ້, ປະຊາຊົນອະທິບາຍເນື້ອໃນຂອງຄຳສາບານທີ່ພວກເຂົາໄດ້ເຮັດໃນ 10:28.

ເຮົາຈະບໍ່ຍົກລູກຜູ້ຍິງຂອງເຮົາໃຫ້ເເກ່ຄົນໃນເເຜ່ນດິນນັ້ນ ຫລື ບໍ່ຮັບລູກຜູ້ຍິງຂອງພວກເຂົາມາໃຫ້ລູກຊາຍຂອງເຮົາ

ນີ້ຫມາຍຄວາມວ່າພວກເຂົາຈະບໍ່ອະນຸຍາດໃຫ້ລູກຊາຍ ແລະ ລູກສາວແຕ່ງງານກັບພວກເຂົາ. ອາດແປໄດ້ອີກວ່າ "ຈະບໍ່ໃຫ້ລູກສາວຂອງພວກເຮົາແຕ່ງງານກັບປະຊາຊົນໃນແຜ່ນດິນຫລືເອົາລູກສາວຂອງພວກເຂົາໄປແຕ່ງງານກັບລູກຊາຍຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຄົນຂອງເເຜ່ນດິນ

ນີ້ກ່າວເຖິງຜູ້ຄົນທີ່ອາໄສຢູ່ໃນດິນແດນຂອງພວກເຂົາທີ່ບໍ່ນະມັດສະການພຣະຢາເວ. ອາດແປໄດ້ອີກວ່າ: "ປະຊາຊົນໃນແຜ່ນດິນນີ້ທີ່ບໍ່ໄດ້ນະມັດສະການພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພວກເຮົາສັນຍາ ... ເຮົາຈະບໍ່ຍົກ ... ພວກເຮົາຈະບໍ່ຊື້ ... ພວກເຮົາຈະບໍ່ໃຫ້ ... ພວກເຮົາຈະຢຸດ

ຄຳແທນນາມ "ພວກເຮົາ" ໃນທີ່ນີ້ຫມາຍເຖີງເນເຫມີຢາ ແລະ ຄົນຢິວ, ແຕ່ບໍ່ແມ່ນຄົນອ່ານຫນັງສືນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ເຈັດປີ

"7 ປີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-ordinal)

ເຮົາຈະໃຫ້ທົ່ງນາໄດ້ຢຸດພັກທຸກປີທີເຈັດ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ"ພວກເຮົາຈະບໍ່ໄຖໄຮ່ນາຂອງພວກເຮົາ" ຫລື "ພວກເຮົາຈະບໍ່ປູກຫຍັງໃສ່ໄຮ່ນາຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຮົາຈະຍົກຫນີ້ສິນທັງຫມົດ ທີ່ພວກຢິວບາງຄົນໄດ້ເຮັດສັນຍາໄວ້

"ພວກເຮົາຈະຍົກເລີກຫນີ້ສິນໃຫ້ຊາວຢິວຄົນອຶ່ນໆ" ຫລື "ພວກເຮົາຈະ ໃຫ້ອະໄພຫນີ້ສິນທັງຫມົດທີ່ເປັນຂອງພວກເຮົາໂດຍຊາວຢິວຄົນອຶ່ນໆ"