lo_tn/neh/09/26.md

2.5 KiB

ປະໂຫຍກເຊື່ອມຕໍ່:

ໃນຂໍ້ພຣະຄຳເຫລົ່ານີ້, ຊາວເລວີສືບຕໍ່ຍ້ອງຍໍສັນລະເສີນພຣະຢາເວຕໍ່ຫນ້າຊາວອິດສະຣາເອນ.

ພວກເຂົາຖິ້ມສັນຍາຂອງພຣະອົງໄວ້ເບື້ອງຫລັງ

ກົດຫມາຍຖືກກ່າວເຖິງຄືກັບວ່າ ມັນເປັນຂອງທີ່ບໍ່ມີຄ່າທີ່ຄົນເຮົາສາມາດຖິ້ມໄດ້. ອາດແປໄດ້ອີກວ່າ: "ພວກເຂົາຖືວ່າກົດຫມາຍຂອງທ່ານບໍ່ມີຄ່າ ແລະ ບໍ່ເອົາໃຈໃສ່ຕໍ່ມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາໄດ້ໂຍນຖິ້ມ

ຊາວອິດສະຣາເອນໄດ້ຖິ້ມສັນຍາຂອງພຣະຢາເວ

ພຣະອົງຊົງມອບພວກເຂົາໄວ້ໃນມືສັດຕູຂອງພວກເຂົາ

ໃນທີ່ນີ້ຄຳວ່າ "ມື" (ເປັນສ່ວນຫນຶ່ງ)ຫມາຍເຖີງອຳນາດຂອງ "ສັດຕູ" (ລວມທັງຫມົດຂອງຄົນ) ທີ່ຈະທຳຮ້າຍ. ອາດແປໄດ້ອີກວ່າ: "ທ່ານໄດ້ອະນຸຍາດໃຫ້ສັດຕູຂອງປະຊາຊົນຂອງທ່ານ ທຳຮ້າຍປະຊາຊົນຂອງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metonymy]])

ຊົງປະທານບັນດາຜູ້ຊ່ວຍເເກ່ພວກເຂົາໃຫ້ລອດພົ້ນຈາກເງື້ອມມືຂອງບັນດາສັດຕູທັງຫລາຍຂອງພວກເຂົາ

ໃນທີ່ນີ້ຄຳວ່າ "ມື" (ສ່ວນຫນຶ່ງ) ຫມາຍເຖິງອຳນາດຂອງ "ສັດຕູ" (ລວມທັງຫມົດຂອງຄົນ) ທີ່ອາດຈະເປັນການອັນຕະລາຍ. ອາດແປໄດ້ອີກວ່າ: "ທ່ານໄດ້ສົ່ງຄົນໄປຢຸດສັດຕູຂອງພວກເຂົາຈາກການອັນຕະລາຍພວກເຂົາ"