lo_tn/neh/09/16.md

2.9 KiB

ປະໂຫຍກເຊື່ອມຕໍ່:

ໃນຂໍ້ພຣະຄຳເຫລົ່ານີ້, ຊາວເລວີສືບຕໍ່ຍ້ອງຍໍສັນລະເສີນພຣະຢາເວຕໍ່ ຫນ້າຊາວອິດສະຣາເອນ.

ແຕ່ພວກເຂົາ ແລະ ບັນພະບູລຸດຂອງພວກຂ້ານ້ອຍ

ຊາວອິດສະຣາເອນໃນເວລາຂອງໂມເຊ ແລະ ປະຊາຊົນອິດສະຣາເອນຫລັງຈາກເວລາຂອງໂມເຊ

ພວກເຂົາດື້ ... ແຕ່ກາຍເປັນຄົນດື້ດ້ານ

ໃນປະໂຫຍກນີ້ແມ່ນ "ພວກເຂົາແຂງຄໍຂອງພວກເຂົາ." ຖ້າໃນພາສາຂອງທ່ານມີສຳນວນທີ່ແຕກຕ່າງກັນ ສໍາລັບຄຳວ່າແຂງກະດ້າງ, ທ່ານອາດຕ້ອງການໃຊ້ມັນໃນທີ່ນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ການອັດສະຈັນຊຶ່ງພຣະອົງກະທຳຂຶ້ນທ່າມກາງພວກເຂົາ

"ສິ່ງອັດສະຈັນ ຊຶ່ງພຣະອົງໄດ້ຊົງກະທຳທ່າມກາງພວກເຂົາ"

ພວກເຂົາໄດ້ແຕ່ງຕັ້ງຫົວຫນ້າຄົນຫນຶ່ງ ເພື່ອຈະກັບໄປສູ່ຄວາມເປັນທາດ

"ພວກເຂົາໄດ້ແຕ່ງຕັ້ງຜູ້ນຳທີ່ຈະພາ ພວກເຂົາກັບຄືນໄປຫາແຜ່ນດິນບ່ອນທີ່ພວກເຂົາເຄີຍເປັນທາດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຜູ້ຊົງເຕັມໄປດ້ວຍການອະໄພໂທດ

ຄວາມປາຖະຫນາທີ່ຈະໃຫ້ອະໄພແມ່ນເວົ້າເຖິງວ່າມັນເປັນຂອງແຫລວທີ່ສາມາດບັນຈຸໃສ່ພາຊະນະໄດ້. ອາດແປໄດ້ອີກວ່າ: "ຜູ້ທີ່ພ້ອມທີ່ຈະໃຫ້ອະໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊົງອຸດົມໄປດ້ວຍຄວາມຮັກຫມັ້ນຄົງ

ຄວາມຮັກຖືກກ່າວເຖິງຄືກັບວ່າມັນເປັນພືດອາຫານທີ່ພຣະຢາເວສາມາດແບ່ງປັນກັບຜູ້ຄົນໄດ້. ອາດແປໄດ້ອີກວ່າ: "ຮັກປະຊາຊົນຂອງພຣະອົງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)