lo_tn/neh/07/01.md

3.7 KiB

ເມື່ອກຳແພງເມືອງຖືກສ້າງສຳເລັດແລ້ວ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ເມື່ອພວກເຮົາໄດ້ສ້າງກຳແພງສຳເລັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຂ້ານ້ອຍຈຶ່ງຕິດຕັ້ງປະຕູເຂົ້າ

ສິ່ງນີ້ໄດ້ເຮັດດ້ວຍຄວາມຊ່ວຍເຫລືອ. ອາດແປໄດ້ອີກວ່າ: "ຂ້ານ້ອຍ ແລະ ຄົນອື່ນໆໄດ້ຕິດຕັ້ງປະຕູ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ໄດ້ແຕ່ງຕັ້ງບັນດາຍາມເຝົ້າປະຕູ ແລະ ຄະນະນັກຮ້ອງແລະ ບັນດາຄົນເລວີທັງຫລາຍ

ສາມາດເວົ້າໃນຮູບແບບການກະທຳໄດ້. ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນ: 1) ເນເຫມີຢາໄດ້ແຕ່ງຕັ້ງພວກເຂົາ. ອາດແປໄດ້ອີກວ່າ" ຂ້ານ້ອຍໄດ້ມອບຫມາຍຫນ້າທີ່ໃຫ້ຜູ້ເຝົ້າຍາມປະຕູ, ຄະນະນັກຮ້ອງ ແລະ ພວກເລວີໃຫ້ປະຕິບັດວຽກງານຂອງຕົນ" ຫລື 2) ບາງຄົນໄດ້ມອບຫມາຍໃຫ້ພວກເຂົາ. ອາດແປໄດ້ອີກວ່າ: " ພວກເຂົາໄດ້ແຕ່ງຕັ້ງຄົນຍາມປະຕູ, ຄະນະນັກຮ້ອງ, ແລະ ຄົນເລວີໃຫ້ປະຕິບັດຫນ້າທີ່ຂອງເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ບັນດາຍາມເຝົ້າປະຕູ

ປະຊາຊົນທີ່ຖືກມອບຫມາຍໃນແຕ່ລະປະຕູ, ຮັບຜິດຊອບຄວບຄຸມການເຂົ້າເຖິງເມືອງ ຫລື ວິຫານ, ພ້ອມທັງເປີດ ແລະ ປິດປະຕູໃນບາງເວລາ ແລະ ດ້ວຍເຫດຜົນທີ່ຜູ້ບໍລິຫານຕັ້ງຂຶ້ນ.

ຄະນະນັກຮ້ອງ

ຄະນະນັກຮ້ອງທີ່ນຳພາໃນການນະມັດສະການ, ໃນການແຫ່ຂະບວນ, ແລະ ພິທີການ, ປະພັນດົນຕີ ແລະ ສຽງຮ້ອງທີ່ເນັ້ນ ຫນັກ ແລະ ເສີມຂະຫຍາຍໃນໂອກາດດັ່ງກ່າວ.

ຮານານີ ... ຮານານີຢາ

ເຫລົ່ານີ້ແມ່ນຊື່ຜູ້ຊາຍ. (ເບິ່ງເພີ່ມ: rc://*/ta/man/translate/translate-names)

ຂ້ານ້ອຍໄດ້ມອບຫມາຍໃຫ້ຮານານີ

"ຂ້ານ້ອຍໄດ້ມອບຫມາຍໃຫ້ອ້າຍຂອງຂ້ານ້ອຍຮານານີເປັນຜູ້ບໍລິຫານ"

ຜູ້ກວດປ້ອມເພື່ອເບິ່ງແຍງ

"ຜູ້ຊຶ່ງໄດ້ຮັບຫນ້າທີ່ເພື່ອເບິ່ງປ້ອມ"

ປ້ອມ

"ປ້ອມ"

ຢຳເກງພຣະເຈົ້າຫລາຍກວ່າຄົນອຶ່ນອີກຫລາຍຄົນ

"ຢຳເກງພຣະເຈົ້າຫລາຍກວ່າຄົນອຶ່ນໆອີກຫລາຍຄົນ"