lo_tn/neh/06/10.md

2.0 KiB

ເຊມາອີຢາ ... ເດລາອີຢາ ... ເມເຮຕາເບນ

ເຫລົ່ານີ້ແມ່ນຊື່ຜູ້ຊາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຜູ້ທີ່ເກັບຕົວຢູ່ໃນບ້ານຂອງລາວ

ຜູ້ຂຽນບໍ່ໄດ້ໃຫ້ເຫດຜົນວ່າລາວຖືກກັກຂັງ, ສະນັ້ນເປັນການດີກວ່າທີ່ຈະເວົ້າວ່າ ລາວພັກຢູ່ເຮືອນໂດຍໃຊ້ ຄຳສັບທົ່ວໄປທີ່ສຸດເທົ່າທີ່ເປັນໄປໄດ້. ອາດແປໄດ້ອີກວ່າ: "ຜູ້ທີ່ເຈົ້າຫນ້າທີ່ໄດ້ສັ່ງໃຫ້ເກັບຕົວຢູ່ໃນເຮືອນຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄົນແບບຂ້ານ້ອຍຈະແລ່ນຫນີບໍ? ຊາຍແບບຂ້ານ້ອຍເຂົ້າໄປໃນພຣະວິຫານກໍເພື່ອຈະຮັກສາຊີວິດຂອງຕົນບໍ?

ເນເຫມີຢາໃຊ້ ຄຳຖາມເຫລົ່ານີ້ເພື່ອເຫນັ້ນຫນັກວ່າລາວຈະບໍ່ເຮັດໃນສິ່ງທີ່ເຊມາອີຢາໄດ້ແນະນຳ. ຄຳຖາມເຫລົ່ານີ້ອາດຈະຂຽນເປັນປະໂຫຍກ. ອາດແປໄດ້ອີກວ່າ: "ຜູ້ຊາຍຄືຂ້ານ້ອຍຈະບໍ່ແລ່ນຫນີ. ແລະ ຜູ້ຊາຍຄືຂ້າຈະບໍ່ເຂົ້າໄປໃນພຣະວິຫານພຽງແຕ່ເພື່ອຫລົບຫນີຢູ່ເພື່ອຈະມີຊີວິດຢູ່." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)