lo_tn/neh/06/08.md

2.7 KiB

ຂ້ານ້ອຍກໍສົ່ງຖ້ອຍຄຳ

ໃນທີ່ນີ້ "ຂ້ານ້ອຍ" ກ່າວເຖີງເນເຫມີຢາ ແລະ "ລາວ" ຫມາຍເຖິງສານບັນລັດ.

ບໍ່ມີສິ່ງໃດເກີດຂຶ້ນຕາມທີ່ທ່ານກ່າວມາເລີຍ

"ບໍ່ມີສິ່ງທ່ານໄດ້ກ່າວມານັ້ນເກີດຂື້ນ"

ເພາະໃນໃຈຂອງທ່ານເເຕ່ງມັນຂຶ້ນມາເອງທັງນັ້ນ

ໃນທີ່ນີ້ "ໃຈ" ກ່າວເຖີງ "ຄວາມຄິດ," ຫມາຍເຖີງຄວາມປາຖະຫນາ ແລະ ຄວາມຄິດຂອງຜູ້ຫນຶ່ງ. ອາດແປໄດ້ອີກວ່າ: "ຢູ່ໃນຄວາມຄິດຂອງທ່ານທີ່ທ່ານໄດ້ໃຫ້ແກ່ພວກເຂົາ" ຫລື "ໄດ້ສ້າງຂື້ນໃນຈິນຕະນາການຂອງພວກເຂົາເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພາະພວກເຂົາທັງຫມົດຕ້ອງການໃຫ້ເຮົາຢ້ານ

ໃນທີ່ນີ້ "ພວກເຂົາ" ກ່າວເຖີງສັດຕຣູຂອງເນເຫມີຢາ, ສານບັນລັດ, ໂຕບີຢາ, ເກເຊມ, ແລະ ຜູ້ຕິດຕາມຂອງພວກເຂົາ. ຄຳວ່າ "ພວກເຮົາ" ກ່າວເຖິງຊາວຢິວ.

ພວກເຂົາຈະເຊົາເຮັດວຽກ

ນີ້ແມ່ນປະໂຫຍກທີ່ອະທິບາຍເຊິ່ງຫມາຍ ຄວາມວ່າພວກເຂົາ ກຳລັງຢຸດເຮັດວຽກຢູ່ ທີ່ກຳແພງ. ອາດແປໄດ້ອີກວ່າ: "ຄົນເຮັດວຽກທີ່ຢູ່ກຳແພງຈະຢຸດເຮັດວຽກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂໍໂຜດເສີມກຳລັງມື

ໃນທີ່ນີ້ເນເຫມີຢາໄດ້ຮ້ອງຂໍໃຫ້ພຣະເຈົ້າເສີມກຳລັງ ໃຫ້ລາວໂດຍການຂໍໃຫ້ລາວເສີມກຳລັງ “ມື”. ອາດແປໄດ້ອີກວ່າ "ສ້າງຄວາມເຂັ້ມແຂງໃຫ້ຂ້ານ້ອຍ" ຫລື "ໃຫ້ຂ້ານ້ອຍມີຄວາມກ້າຫານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)