lo_tn/neh/06/01.md

1.9 KiB

ສານບັນລັດ, ໂຕບີຢາ, ແລະ ເກເຊມ

ເຫລົ່ານີ້ແມ່ນຊື່ຂອງຜູ້ຊາຍ. ເບິ່ງເພີ່ມເຕີມການແປຊື່ນີ້ໃນຂໍ້ 2:9. (ເບິ່ງເພີ່ມເຕີມ rc://*/ta/man/translate/translate-names)

ຂ້ານ້ອຍໄດ້ກໍ່ກຳແພງ ... ຂ້ານ້ອຍຍັງບໍ່ໄດ້ຕັ້ງ

ເນເຫມີຢາໄດ້ເບິ່ງແຍງການກໍ່ສ້າງກຳແພງ. ລາວບໍ່ໄດ້ສ້າງດ້ວຍຕົວເອງ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ສ້າງກຳແພງໃຫມ່ແລ້ວ ... ພວກເຮົາຍັງບໍ່ທັນໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ບໍ່ມີສ່ວນໃດ

ໃນນີ້ຫມາຍເຖີງສ່ວນຫນຶ່ງຂອງກຳແພງ. ອາດແປໄດ້ອີກວ່າ: "ສ່ວນໃດຫນຶ່ງຖືກຖິ້ມໃຫ້ເປັນຮອຍເເຕກເລີຍ" ຫລື "ຊ່ອງຫວ່າງໃດໆໃນກຳແພງເມືອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ໄດ້ສົ່ງມາຫາຂ້ານ້ອຍ

ນີ້ຫມາຍຄວາມວ່າພວກເຂົາໄດ້ສົ່ງຜູ້ສົ່ງຂ່າວສານພ້ອມດ້ວຍຂໍ້ຄວາມ. ອາດແປໄດ້ອີກວ່າ: "ສົ່ງຜູ້ສົ່ງຂ່າວໃຫ້ຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໂອໂນ

ນີ້ແມ່ນຊື່ສະຖານທີ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)