lo_tn/neh/05/09.md

3.8 KiB

ຂ້າພະເຈົ້າເວົ້າອີກວ່າ

ຄຳແທນນາມ "ຂ້າພະເຈົ້າ" ຫມາຍເຖິງເນເຫມີຢາ.

ສິ່ງທີ່ພວກທ່ານກຳລັງເຮັດ

"ພວກທ່ານ" ໃນນີ້ຫມາຍເຖິງຊາວຢິວຜູ້ສູງສົ່ງ.

ພວກທ່ານບໍ່ໄດ້ດຳເນີນຊີວິດດ້ວຍຄວາມຢຳເກງພຣະເຈົ້າຂອງເຮົາເພື່ອປ້ອງກັນການເຢາະເຢີ້ຍຂອງບັນດາປະຊາຊາດຊຶ່ງເປັນສັດຕຣູຂອງເຮົາບໍ?

ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບເປັນຄຳເວົ້າທີ່ເນເຫມີຢາກຳລັງໃຊ້ໃນການດູຖູກຄົນຊັ້ນສູງ. ມັນສາມາດຖືກແປເປັນເປັນປະໂຫຍກ.ອາດແປໄດ້ອີກວ່າ: "ທ່ານຄວນດຳເນີນຊີວິດໃນຄວາມຢຳເກງຕໍ່ພຣະເຈົ້າຂອງພວກເຮົາເພື່ອປ້ອງກັນການເຢາະເຢີ້ຍຂອງປະຊາຊາດຕ່າງໆທີ່ເປັນສັດຕຣູຂອງພວກເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ດຳເນີນຊີວິດດ້ວຍຄວາມຢຳເກງພຣະເຈົ້າຂອງພວກເຮົາ

ນີ້ແມ່ນສຳນວນ. ໃນທີ່ນີ້ “ດຳເນີນຊີວິດ” ຫມາຍເຖິງພຶດຕິກຳຂອງຄົນ ແລະ ວິຖີຊີວິດຂອງຄົນ. ອາດແປໄດ້ອີກວ່າ: "ດຳເນີນຊີວິດຂອງພວກເຈົ້າໃນແບບທີ່ໃຫ້ກຽດພຣະເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ເພື່ອປ້ອງກັນການເຢາະເຢີ້ຍຂອງບັນດາປະຊາຊາດເຊິ່ງເປັນສັດຕູ

ຄຳວ່າ "ການເຍາະເຍີ້ຍ"ມີຄວາມຫມາຍວ່າ "ເຢາະເຢີ້ຍ" ຫລື "ການດູຖູກ" ແລະ ມັນສາມາດສະແດງອອກເປັນຄຳ ກິລິຍາ. ອາດແປໄດ້ອີກວ່າ: "ປະເທດທີ່ເປັນສັດຕູຂອງພວກເຮົາຈາກການເຢາະເຢີ້ຍພວກເຮົາ" ຫລື "ປະເທດສັດຕຣູຈາກການເຢາະເຢີ້ຍພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ໃຫ້ຢືມ

ຢືມ ຫລື ໃຫ້ບາງສິ່ງບາງຢ່າງໃຫ້ຜູ້ໃດຜູ້ຫນຶ່ງໂດຍຄາດຫວັງວ່າຈະຈ່າຍຄືນ

ການຢືມ

ນີ້ແມ່ນເງິນ, ອາຫານ ຫລື ຊັບສິນທີ່ຄົນໆຫນຶ່ງສາມາດປ່ອຍໃຫ້ຄົນອື່ນຢືມເພື່ອເປັນຈ່າຍຄືກັບຫນີ້. ຜູ້ກູ້ຢືມຈະເປັນຫນີ້ ໃຫ້ແກ່ຜູ້ໃຫ້ກູ້.

ຄ່າທຳນຽມ

ສ່ວນຫນຶ່ງຂອງມູນຄ່າຂອງເງິນກູ້ທີ່ຜູ້ກູ້ຢືມຄິດເປັນດອກເບ້ຍ.

ທ່ານຄາດຫວັງຈາກພວກເຂົາ

"ທ່ານຄິດຄ່າໃຫ້ພວກເຂົາ" ຫລື "ທ່ານໄດ້ໃຫ້ພວກເຂົາຈ່າຍ"