lo_tn/neh/05/06.md

3.8 KiB

ເມື່ອໄດ້ຍິນສຽງຮ້ອງໄຫ້

ຄຳວ່າ "ຮ້ອງໄຫ້" ສາມາດສະແດງໃຫ້ເຫັນຄືເປັນການກະທຳ. ອາດແປໄດ້ອີກວ່າ: "ເມື່ອພວກເຮົາໄດ້ຍິນພວກເຂົາຮ້ອງໄຫ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

"ພວກທ່ານກຳລັງຮຽກຮ້ອງດອກເບ້ຍ, ຈາກພີ່ນ້ອງຂອງຕົນ

ຊາວຢິວທຸກຄົນຄົງຈະຮູ້ວ່າມັນບໍ່ຖືກຕ້ອງຕາມກົດຫມາຍທີ່ຈະຮຽກເກັບດອກເບ້ຍໃຫ້ແກ່ຊາວຍິວຄົນອື່ນ. ຄວາມຫມາຍຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ພວກທ່ານແຕ່ລະຄົນທີ່ກຳລັງຄິດໄລ່ດອກເບ້ຍໃຫ້ພີ່ນ້ອງຂອງທ່ານ, ແລະ ນັ້ນແມ່ນຜິດກົດພາຍໃຕ້ກົດຫມາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂ້ານ້ອຍໄດ້ເອີ້ນປະຊຸມໃຫຍ່ເພື່ອຕໍ່ສູ້ກັບພວກເຂົາ

ໃນນີ້ມີຄວາມຫມາຍວ່າລາວໄດ້ເຕົ້າໂຮມກຸ່ມຄົນຈຳນວນຫລວງຫລາຍ ແລະ ໄດ້ກ່າວຫາຕໍ່ພວກເຂົາ. ຄວາມຫມາຍຂອງປະໂຫຍກນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ຂ້າພະເຈົ້າໄດ້ຈັດການຊຸມນຸມໃຫຍ່ ແລະ ໄດ້ນຳເອົາຂໍ້ກ່າວຫາເຫລົ່ານີ້ຕໍ່ພວກເຂົາ" ຫລື "ຂ້າພະເຈົ້າໄດ້ດຳເນີນການທົດລອງພວກເຂົາຕໍ່ຫນ້າຊຸມນຸມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເເຕ່ພວກທ່ານກັບມາຂາຍພວກພີ່ນ້ອງຊາຍຍິງຂອງພວກທ່ານເພື່ອທີ່ພວກເຂົາຈະຖືກຂາຍກັບມາໃຫ້ເຮົາ

ໃນນີ້ມີຄວາມຫມາຍວ່າພວກເຂົາກຳລັງຂາຍສະມາຊິກໃນຄອບຄົວຂອງພວກເຂົາໃຫ້ເປັນຂ້າໃຊ້ໃຫ້ແກ່ຊາວຢິວເພື່ອນຂອງພວກເຂົາ. ຄວາມຫມາຍຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ຕອນນີ້ທ່ານກຳລັງຂາຍຄົນຂອງທ່ານໃຫ້ເປັນຂ້າໃຊ້ຂອງຊາວຍິວເພື່ອນຂອງທ່ານ, ເພື່ອວ່າພວກເຂົາອາດຈະຂາຍພວກເຂົາໃຫ້ພວກເຮົາຕໍ່ມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ແມ່ນໃຜທີ່ໄດ້ຖືກຂາຍໃຫ້ກັບປະຊາຊາດ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ປະຊາຊົນ ຜູ້ທີ່ໄດ້ຖືກຂາຍໄປເປັນທາດໃຫ້ແກ່ບັນດາປະຊາຊາດ" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-activepassive)