lo_tn/neh/05/04.md

4.0 KiB

ສ່ວນເລືອດ ເເລະ ເນື້ອຂອງເຮົາກໍເປັນເຫມືອນພີ່ນ້ອງຂອງເຮົາ, ແລະ ລູກໆ ຂອງພວກເຮົາກະເປັນເຫມືອນກັບລູກຂອງພວກເຂົາ

ໃນທີ່ນີ້ຊາວຢິວກຳລັງອ້າງວ່າພວກເຂົາ ແມ່ນເຊື້ອສາຍຢິວເຊັ່ນດຽວກັນກັບຊາວຢິວຄົນອຶ່ນໆ ແລະ ວ່າພວກເຂົາມີຄວາມສຳຄັນຄືກັນກັບຄົນອຶ່ນໆ. ຄວາມຫມາຍຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ຄອບຄົວຂອງພວກເຮົາແມ່ນຊາວຢິວຄືກັນກັບຄອບຄົວຂອງຊາວຍິວຄົນອຶ່ນໆ, ແລະ ເດັກນ້ອຍຂອງພວກເຮົາກໍ່ມີຄວາມສຳຄັນຕໍ່ພວກເຮົາ ຄືກັນກັບເດັກນ້ອຍຂອງພວກເຂົາທີ່ມີຕໍ່ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເລືອດ ເເລະ ເນື້ອຂອງເຮົາ

ນີ້ແມ່ນສຳນວນຊຶ່ງອ້າງອິງເຖິງສະມາຊິກໃນຄອບຄົວຂອງພວກເຂົາ. ອາດແປໄດ້ອີກວ່າ: "ຄອບຄົວຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ລູກຍິງຂອງເຮົາບາງຄົນເປັນທາດເເລ້ວ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຮົາໄດ້ຂາຍລູກສາວບາງຄົນຂອງພວກເຮົາໄປເປັນຂ້າທາດແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເເຕ່ມັນບໍ່ຢູ່ໃນກຳລັງຂອງເຮົາທີ່ຈະຊ່ວຍເພາະວ່າດຽວນີ້ພວກຜູ້ຊາຍຄົນອື່ນໆໄດ້ເປັນເຈົ້າຂອງທີ່ນາ ເເລະ ສວນອະງຸ່ນຂອງເຮົາ."

ຍ້ອນວ່າທົ່ງນາ ແລະ ສວນອະງຸ່ນບໍ່ມີໃນຄອບຄອງ, ພວກເຂົາກໍ່ບໍ່ສາມາດສ້າງເງິນທີ່ພວກເຂົາຕ້ອງການເພື່ອລ້ຽງຄອບຄົວ. ຄວາມຫມາຍໂດຍລວມຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ເພາະພວກເຮົາບໍ່ສາມາດປ່ຽນແປງ ສະພາບການນີ້ໄດ້ເພາະວ່າຜູ້ຊາຍຄົນອຶ່ນເປັນເຈົ້າຂອງທົ່ງນາ ແລະ ສວນອະງຸ່ນຂອງພວກເຮົາທີ່ພວກເຮົາຕ້ອງການເພື່ອຊ່ວຍຊີວິດຂອງພວກເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ບໍ່ໄດ້ຢູ່ໃນກຳລັງຂອງພວກເຮົາ

ນີ້ແມ່ນສຳນວນເຊິ່ງມີຫມາຍຄວາມວ່າ ພວກເຂົາບໍ່ມີຊັບພະຍາກອນທີ່ຈະເຮັດບາງສິ່ງບາງຢ່າງໄດ້. ອາດແປໄດ້ອີກວ່າ: "ພວກເຮົາບໍ່ສາມາດເຮັດໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)