lo_tn/neh/04/04.md

5.1 KiB

ຂ້າແດ່ພຣະເຈົ້າ ... ເພາະພວກເຂົາໄດ້ຫມິ່ນປະຫມາດ ພວກຄົນກໍ່ສ້າງໃຫ້ໃຈຮ້າຍ

ໃນນີ້ແມ່ນເນເຫມີຢາກຳລັງອະທິຖານເຖິງພຣະເຈົ້າ. ໃນນີ້ສາມາດຖືກລະບຸຢ່າງຈະແຈ້ງ ແລະ ຂຽນດ້ວຍເຄື່ອງຫມາຍ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນຂ້າພະເຈົ້າໄດ້ອະທິຖານວ່າ," ຂ້າແຕ່ພຣະເຈົ້າ, ... ເພາະວ່າພວກເຂົາໄດ້ຫມິ່ນປະຫມາດພວກຄົນກໍ່ສ້າງໃຫ້ໃຈຮ້າຍ"" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ, ຂໍຊົງຟັງ, ເພາະເຮົາຖືກດູຖູກ

ໃນນີ້ຄຳວ່າ "ພວກເຮົາ" ຫມາຍເຖິງຊາວຢິວ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຂໍຊົງຟັງ, ພຣະເຈົ້າຂອງພວກເຮົາ, ເພື່ອສັດຕູຂອງພວກເຮົາດູຖູກພວກເຮົາ." (ເບິ່ງເພິ່ມເຕີມ rc://*/ta/man/translate/figs-activepassive)

ຂໍຊົງມອບພວກເຂົາໄວ້ໃຫ້ຖືກປຸ້ນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຂໍ້ໃຫ້ສັດຕຣູຂອງພວກເຂົາຖືກປຸ້ນ" (ເບິ່ງເພີ່ມເຕີມ rc://*/ta/man/translate/figs-activepassive)

ຂໍໃຫ້ຄຳເຢາະເຢີ້ຍຂອງພວກເຂົາ ກັບໄປຕົກທີ່ຫົວຂອງພວກເຂົາເອງ

ວະລີທີ່ວ່າ "ການເຍາະເຍີ້ຍຂອງພວກເຂົາ" ຫມາຍເຖິງຄຳເວົ້າຫມິ່ນປະຫມາດຂອງສານບັນລັດ ແລະ ໂຕບີຢາ. ໃນນີ້ຄຳວ່າ "ຫົວ" ຫມາຍເຖິງປະຊາຊົນທັງຫມົດ. ອາດແປໄດ້ອີກວ່າ: "ຫັນຄຳເຍາະເຍີ້ຍກັບມາໃສ່ຕົນເອງ" ຫລື "ເຮັດໃຫ້ຄຳເວົ້າທີ່ດູຖູກຂອງພວກເຂົາກັບຄືນມາເຍາະເຍີ້ຍພວກເຂົາເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຂໍຢ່າຊົງປົກປິດ

ໃນນີ້ເວົ້າເຖິງການໃຫ້ອະໄພບາບຂອງຄົນໆຫນຶ່ງຄື ກັບວ່າພວກເຂົາເປັນວັດຖຸທີ່ສາມາດຖືກປິດບັງທາງຮ່າງກາຍໄດ້. ອາດແປໄດ້ອີກວ່າ: "ຢ່າໃຫ້ອະໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍຢ່າຊົງລົບລ້າງຄວາມບາບຂອງພວກເຂົາຈາກພຣະພັກພຣະອົງ

ສິ່ງນີ້ເວົ້າເຖິງການບໍ່ຈົດຈຳຄວາມບາບຂອງບຸກຄົນນັ້ນຄືກັບວ່າມັນໄດ້ຖືກຂຽນວ່າເປັນສິ່ງທີ່ສາມາດລົບລ້າງໄດ້ໄດ້. ອາດແປໄດ້ອີກວ່າ: "ຢ່າໄດ້ລືມບາບຂອງພວກເຂົາ"

ພວກເຂົາໄດ້ຫມິ່ນປະຫມາດພວກຄົນກໍ່ສ້າງໃຫ້ໃຈຮ້າຍ

"ພວກເຂົາເຮັດໃຫ້ຄົນກໍ່ສ້າງໃຈຮ້າຍ"

ດັ່ງນັ້ນພວກເຮົາຈຶ່ງສ້າງກຳແພງ

"ດັ່ງນັ້ນພວກເຮົາຈຶ່ງສ້າງກຳແພງ"

ກຳແພງທັງຫມົດກໍຕໍ່ກັນສູງເຄິ່ງຫນຶ່ງຂອງຄວາມສູງຂອງກຳແພງແລ້ວ,

ໃນນີ້ສາມາດກລະບຸໄວ້ໃນຮູບແບບທີ່ຊົງເປັນຢູ່. ອາດແປໄດ້ອີກວ່າ: "ພວກເຮົາຕໍ່ກຳແພງກັນ ແລະ ມັນແມ່ນເຄິ່ງຫນຶ່ງ ຂອງຄວາມສູງທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ສູງເຄິ່ງຫນຶ່ງ

"ເຄິ່ງຫນຶ່ງ" ຫມາຍເຖີງສ່ວນຫນຶ່ງທີ່ແຍກອອກຈາກສອງສ່ວນເທົ່າກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-fraction)