lo_tn/neh/04/01.md

6.0 KiB

ເມື່ອສານບັນລັດ

ໃນນີ້ເນເຫມີຢາໃຊ້ຄຳວ່າ “ເມື່ອ” ເພື່ອເປັນສັນຍານເຖີງພາກໃຫມ່ຂອງເລື່ອງ.

ສານບັນລັດ...ໂຕບີຢາ

ເຫລົ່ານີ້ແມ່ນຊື່ຜູ້ຊາຍ. ເບິ່ງເພີ່ມເຕີມແປຊື່ນີ້ໃນຂໍ້ 2:9. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເລື່ອງນີ້ເຮັດໃຫ້ເຂົາໃຈຮ້ອນ ແລະ ເຂົາກໍໃຈຮ້າຍຫລາຍ

ໃນນີ້ "ເລື່ອງນີ້" ຫມາຍເຖິງການຮັບຮູ້ຂອງສານບັນລັດວ່າຊາວຢິວກຳລັງກໍ່ສ້າງກຳແພງ. ໃນທີ່ນີ້ບອກກ່ຽວກັບ ສານບັນລັດມີຄວາມໃຈຮ້າຍຫລາຍຄືກັບວ່າຄວາມໂກດແຄ້ນດັ່ງໄຟລຸກໄຫມ້. ອາດແປໄດ້ອີກວ່າ: "ລາວໂກດຮ້າຍຫລາຍ" ຫລື "ລາວໃຈຮ້າຍຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຢູ່ຕໍ່ຫນ້າພວກພີ່ນ້ອງຂອງລາວ

"ໃນທີ່ປະທັບຂອງຍາດພີ່ນ້ອງຂອງລາວ" ຫລື "ໃນທີ່ປະທັບຂອງວົງຕະກຸນລາວ"

ຄົນທີ່ອ່ອນແອເຫລົ່ານີ້ແມ່ນ ... ພວກເຂົາຈະສ້ອມແປງ ... ພວກເຂົາຈະຖວາຍ ... ພວກເຂົາຈະເຮັດວຽກໃຫ້ແລ້ວພາຍໃນມື້ດຽວບໍ?

ສານບັນລັດ ຖາມຄຳຖາມເຫລົ່ານີ້ເພື່ອເຍາະເຍີ້ຍຊາວຢິວ. ສິ່ງເຫລົ່ານີ້ສາມາດຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ຊາວຢິວທີ່ອ່ອນແອເຫລົ່ານີ້ບໍ່ສາມາດເຮັດຫຍັງໄດ້ເລີຍ. ພວກເຂົາຈະບໍ່ສ້ອມແປງເມືອງໃຫ້ຕົວເອງອີກຕໍ່ໄປ. ພວກເຂົາຈະບໍ່ມີການເສຍສະຫລະ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກຢິວທີ່ອ່ອນແອ

"ຄວາມອ່ອນແອຂອງຊາວຢິວ"

ໃນມື້ດຽວ

ນີ້ເປັນເວົ້າທີ່ເຮັດບໍ່ສຳເລັດບາງສິ່ງບາງຢ່າງໂດຍໄວໂດຍການເວົ້າວ່າມັນບໍ່ສາມາດເຮັດສຳເລັດໄດ້ໃນມື້ດຽວ. ອາດແປໄດ້ອີກວ່າ: "ຢ່າງໄວວາ" (ເບິ່ງເບິ່ງເພີ່ມ: rc://*/ta/man/translate/figs-metaphor)

ພວກເຂົາຈະເອົາກ້ອນຫີນທີ່ຖືກໄຟເຜົາຈາກກອງຂີ້ເຫຍື້ອມາໃຊ້ອີກບໍ?

ສານບັນລັດຍັງກ່າວຄຳຖາມນີ້ເພື່ອເຍາະເຍີ້ຍຊາວຢິວ. ໃນນີ້ສາມາດຂຽນເປັນປະໂຫຍກ. ອາດແປໄດ້ອີກວ່າ: "ພວກເຂົາຈະເອົາບໍ່ເອົາກ້ອນຫີນທີ່ຖືກໄຟເຜົາຈາກກອງຂີ້ເຫຍື້ອມາໃຊ້ອີກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເອົາກ້ອນຫີນທີ່ຖືກໄຟເຜົາຈາກກອງຂີ້ເຫຍື້ອມາໃຊ້ອີກ

ໃນນີ້ກ່າວເຖິງປະຊາຊົນໄດ້ສ້າງເມືອງຂຶ້ນໃຫມ່ຄືກັບວ່າພວກເຂົາຈະນຳມັນກັບຄືນສູ່ຊີວິດ. ອາດແປໄດ້ອີກວ່າ: "ຟື້ນຟູເມືອງ ແລະ ສ້າງກຳແພງເມືອງໃຫມ່ຈາກກ້ອນຫີນທີ່ບໍ່ມີປະໂຫຍດທີ່ຖືກເຜົາ ແລະ ຫັນເປັນເສດຊາກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກອງຂີ້ເຫຍື້ອທີ່ຖືກເຜົາໄຟ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຈາກກອງຂີ້ເຫຍື້ອທີ່ຄົນໄດ້ເຜົາໄຫມ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຖ້າມີຫມາໄນໂຕຫນຶ່ງຂຶ້ນໄປເທິງສິ່ງທີ່ເຂົາກຳລັງສ້າງຢູ່ນັ້ນ, ມັນກໍຈະພັງກຳແພງຫີນຂອງພວກເຂົາລົງມາ

ສານບັນລັດເຍາະເຍີ້ຍກຳແພງ ແລະ ເວົ້າເກີນຈິງວ່າມັນອ່ອນແອໂດຍການເວົ້າວ່າຫມາໄນໂຕຫນຶ່ງສາມາດເຮັດໃຫ້ລົ້ມລົງໄດ້. ອາດແປໄດ້ອີກວ່າ: "ກຳແພງທີ່ພວກເຂົາກຳລັງສ້າງນັ້ນອ່ອນແອຫລາຍຈົນເຖິງແມ່ນວ່າຫມາໄນນ້ອຍໆຂຶ້ນເທິງມັນ, ກຳແພງຫີນຂອງພວກມັນກໍ່ຈະລົ້ມລົງສູ່ພື້ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)