lo_tn/neh/02/17.md

2.4 KiB

ເຫັນຄວາມທຸກໃຈ

ໃນທີ່ນີ້ "ທ່ານ" ແມ່ນຈຳນວນຫລາຍ, ຫມາຍເຖິງທຸກໆຄົນທີ່ໄດ້ກ່າວເຖິງໃນ 2:15. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ປະຕູເມືອງກໍຖືກໄຟເຜົາຈົນຫມົດ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ສັດຕູຂອງພວກເຮົາໄດ້ທຳລາຍປະຕູດ້ວຍໄຟ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເພື່ອພວກເຮົາຈະບໍ່ຕ້ອງອັບອາຍຂາຍຫນ້າອີກຕໍ່ໄປ

"ເພື່ອພວກເຮົາຈະບໍ່ອັບອາຍ"

ພຣະຫັດອັນປະເສີດຂອງພຣະເຈົ້າຂອງຂ້ານ້ອຍນັ້ນຢູ່ເຫນືອຂ້ານ້ອຍ

"ພຣະຫັດອັນປະເສີດ" ຂອງພຣະເຈົ້າຫມາຍເຖີງ "ພຣະກະລຸນາຂອງພຣະອົງ." ອາດແປໄດ້ອີກວ່າ: "ພຣະກະລຸນາຂອງພຣະເຈົ້າຢູ່ເຫນືອຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາລຸກຂຶ້ນ ເເລະ ສ້າງຮ່ວມກັນເທີ້ນ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ເລີ່ມການສ້າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາໄດ້ໄປເສີມກຳລັງມືຂອງພວກເຂົາ ໃຫ້ເຂັ້ມເເຂງເພື່ອເຮັດການດີ

ວະລີນີ້ທີ່ວ່າ “ເສີມກຳລັງມືຂອງພວກເຂົາ” ຫມາຍຄວາມວ່າຈະກະກຽມທີ່ຈະເຮັດສິ່ງໃດສິ່ງຫນຶ່ງ. ອາດແປໄດ້ອີກວ່າ: "ດັ່ງນັ້ນພວກເຂົາໄດ້ກະກຽມເຮັດວຽກທີ່ດີນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)