lo_tn/neh/02/03.md

2.1 KiB

ຂໍກະສັດຈົ່ງຊົງພະຊົນອາຍຸຍືນຍາວນານຕະຫລອດໄປ!

ເນເຫມີຢາກຳລັງສະແດງເຖີງການຍົກຍ້ອງຕໍ່ກະສັດອາກຕາເຊເຊັດ. ໃນທີ່ນີ້ “ຕະຫລອດໄປ” ແມ່ນການເວົ້າເຖີງຄວາມຫມາຍເຖິງຊີວິດທີ່ຍາວນານ. ອາດແປໄດ້ອີກວ່າ: "ຂໍກະສັດມີຊີວິດຍືນຍາວ!" ຫລື "ຂໍໃຫ້ກະສັດມີອາຍຸຍືນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ເພາະເຫດໃດໃບຫນ້າຂອງຂ້ານ້ອຍຈຶ່ງບໍ່ຄວນເສົ້າຫມອງ

ຕໍ່ໄປນີ້ເນເຫມີຢາໃຊ້ ຄຳຖາມນີ້ເພື່ອບອກກະສັດວ່າລາວມີເຫດຜົນທີ່ຈະເສົ້າໃຈ. ສິ່ງນີ້ສາມາດຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ຂ້ອຍມີເຫດຜົນທີ່ດີທີ່ຈະໂສກເສົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ອັນເປັນທີ່ຝັງສົບຂອງບັນດາບັນພະບູຣຸດຂອງຂ້ານ້ອຍ

"ສະຖານທີ່ຊຶ່ງໄດ້ຝັງບັນພະບູລຸດຂອງຂ້ານ້ອຍ"

ປະຕູເມືອງກໍຖືກໄຟເຜົາຈົນຫມົດ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ໄຟໄດ້ທຳລາຍປະຕູຂອງມັນ" ຫລື "ສັດຕູຂອງພວກເຮົາໄດ້ເຜົາປະຕູເມືອງຂອງມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)