lo_tn/neh/01/10.md

4.8 KiB

ຂໍ້ມູນທົ່ວໄປ:

ເນເຫມີຢາໄດ້ສືບຕໍ່ຄຳອະທິຖານຂອງພຣະອົງ.

ບັດນີ້

ຖ້ອຍຄຳນີ້ຖືກນຳໃຊ້ຢູ່ທີ່ນີ້ ເພື່ອຫມາຍເຖິງການຢຸດພັກໃນການອະທິຖານຂອງເນເຫມີຢາ. ໃນທີ່ນີ້ລາວເລີ່ມການຮ້ອງຂໍຂອງລາວຕາມຄຳຫມັ້ນສັນຍາຂອງພຣະຢາເວ.

ພວກເຂົາເປັນູຜູ້ຮັບໃຊ້

ຄຳວ່າ "ພວກເຂົາ" ຫມາຍເຖິງປະຊາຊົນອິດສະຣາເອນ.

ດ້ວຍຣິດທານຸພາບຍິ່ງໃຫຍ່ຂອງພຣະອົງ ເເລະດ້ວຍພຣະຫັດອັນຊົງຣິດຂອງພຣະອົງ

ໃນນີ້ "ພຣະຫັດ" ສະແດງເຖິງພະລັງ ຫລື ອຳນາດ. ພ້ອມກັນ, ສອງປະໂຫຍກນີ້ເຫນັ້ນຫນັກ ເຖິງຣິດອຳນາດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ດ້ວຍຣິດທານຸພາບຍິ່ງໃຫຍ່ຂອງພຣະອົງ ເເລະດ້ວຍພຣະຫັດອັນຊົງຣິດຂອງພຣະອົງ" ຫລື "ໂດຍ ພຣະລັງລິດອຳນາດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-doublet]])

ຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ

ໃນນີ້ “ຜູ້ຮັບໃຊ້” ຫມາຍເຖິງເນເຫມີຢາ. ນີ້ແມ່ນວິທີທີ່ບຸກຄົນໃດຫນຶ່ງຈະກ່າວກັບຜູ້ທີ່ສູງສົ່ງເພື່ອສະແດງຄວາມຖ່ອມຕົວ ແລະ ຄວາມນັບຖື. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 1: 6.

ຄໍາອະທິຖານຂອງຜູ້ຮັບໃຊ້ຂອງທ່ານ

ໃນທີ່ນີ້ "ຜູ້ຮັບໃຊ້" ຫມາຍເຖິງສ່ວນທີ່ເຫລືອຂອງປະຊາຊົນອິດສະຣາເອນຜູ້ທີ່ຈະໄດ້ອະທິຖານຂໍໃຫ້ພຣະຢາເວກະທຳຕໍ່ປະຊາຊົນຂອງພຣະອົງ ແລະ ໃນນາມຂອງເຢຣູຊາເລັມ.

ຜູ້ຍິນດີທີ່ຈະຖວາຍກຽດເເດ່ພຣະນາມຂອງພຣະອົງ

ໃນນີ້ຄຳວ່າ "ພຣະນາມ" ຫມາຍເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ຜູ້ຍິນດີທີ່ຈະຖວາຍແກ່ພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂໍຊົງປະທານພຣະເມດຕາເເກ່ເຂົາຕໍ່ຫນ້າຕໍ່ຕາຊາຍຄົນນີ້ເຖີດ

ໃນນີ້ “ເຂົາ” ຫມາຍເຖິງເນເຫມີຢາ, ເຊິ່ງກ່າວເຖິງຕົນເອງໃນບຸກຄົນທີສາມເພື່ອຈະສະແດງຄວາມຖ່ອມຕົວຕໍ່ພຣະພັກພຣະເຈົ້າ, ແລະ “ຊາຍຄົນນີ້” ຫມາຍເຖິງອາທາເຊີເຊ, ກະສັດແຫ່ງເປີເຊຍ.

ຕໍ່ຫນ້າຕໍ່ຕາຊາຍຄົນນີ້ເຖີດ

ເນເຫມີຢາເວົ້າເຖິງທັດສະນະຄະຕິ ຫລື ການກະທຳຂອງກະສັດຄືກັບວ່າກະສັດມີທັດສະນະແນວໃດ. ອາດແປໄດ້ອີກວ່າ: "ຂໍຊົງປະທານໃຫ້ກະສັດມີຄວາມເມດຕາຕໍ່ຂ້າພະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້ານ້ອຍໄດ້ຮັບໃຊ້ກະສັດໃນຖານະຢາຍເຫລົ້າອະງຸ່ນໃຫ້ແກ່ກະສັດ

ນີ້ແມ່ນຂໍ້ມູນພື້ນຖານກ່ຽວກັບບົດບາດຂອງເນເຫມີຢາໃນສານຂອງກະສັດ. ພາສາຂອງທ່ານອາດຈະມີວິທີສະເພາະໃນເຖິງຂໍ້ມູນພື້ນຖານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)