lo_tn/neh/01/06.md

2.2 KiB

ທອດພຣະເນດ

ເນເຫມີຢາທູນວ່າຖ້າພຣະເຈົ້າຊົງຟັງໃນຂະນະທີ່ລາວອະທິຖານຄືກັບວ່າພຣະເຈົ້າທອດພຣະເນດ ແລະ ເບິ່ງລາວ. ອາດແປໄດ້ອີກວ່າ: "ເບິ່ງຂ້າພະເຈົ້າ" ຫລື "ຊົງຟັງຂ້າພະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍຊົງຟັງຄຳອະທິຖານຂອງຜູ້ຮັບໃຊ້ພຣະອົງ

"ເພື່ອວ່າທ່ານຈະໄດ້ຍິນຄຳອະທິຖານທີ່ຂ້າພະເຈົ້າຜູ້ຮັບໃຊ້ຂອງພຣະອົງກຳລັງອະທິຖານຢູ່." ຄຳວ່າ “ຜູ້ຮັບໃຊ້” ຫມາຍເຖິງເນເຫມີຢາ. ນີ້ແມ່ນວິທີທີ່ບຸກຄົນໃດຫນຶ່ງຈະກ່າວກັບຜູ້ທີ່ສູງສົ່ງເພື່ອສະແດງຄວາມຖ່ອມຕົວ ແລະ ຄວາມນັບຖື.

ທັງກາງເວັນ ແລະ ກາງເວັນຄືນ

ໂດຍກ່າວວ່າລາວອະທິຖານທັງກາງເວັນ ແລະ ກາງຄືນ, ເນເຫມີຢາໄດ້ເນັ້ນຫນັກ ເຖິງຄວາມຖີ່ຂອງການອະທິຖານຂອງລາວ. ອາດແປໄດ້ອີກວ່າ: "ຕະຫລອດເວລາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ທັງຂ້ານ້ອຍ ແລະ ກັບຕະກູນຂອງຂ້ານ້ອຍທີ່ໄດ້ເຮັດບາບນຳ

ຄຳໃນທີ່ນີ້ "ຕະກູນ" ໄດ້ຫມາຍເຖີງຄອບຄົວ. ອາດແປໄດ້ອີກວ່າ: "ທັງຂ້າພະເຈົ້າ ແລະ ຄອບຄົວຂອງຂ້າພະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)