lo_tn/neh/01/01.md

3.5 KiB

ເນເຫມີຢາ ... ຮາກາລີຢາ ... ຮານານີ

ເຫລົ່ານີ້ແມ່ນບັນດາຊື່ຂອງຜູ້ຊາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ໃນເດືອນກິດຊະເຫລັບ

"ກິດຊະເຫລັບ" ແມ່ນເດືອນທີ່ເກົ້າຂອງປະຕິທິນຢີວ. ເປັນເດືອນໃນຊ່ວງສຸດທ້າຍຂອງເດືອນພະຈິກ ແລະ ຊ່ວງຕົ້ນຂອງເດືອນທັນວາຕາມປະຕິທິນຕາເວັນຕົກ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-hebrewmonths]] and [[rc:///ta/man/translate/translate-names]])

ຂອງປີທີຊາວ

ເນເຫມີຢາໄດ້ອ້າງອີງເຖິງຈຳນວນປີ ທີ່ອາທາເຊີເຊໄດ້ຄອບຄອງດັ່ງກະສັດ. ອາດແປໄດ້ອີກວ່າ: "ໃນປີທີຊາວຂອງການປົກຄອງຂອງອາທາເຊີເຊກະສັດຂອງເປີເຊຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] and [[rc:///ta/man/translate/translate-ordinal]])

ປ້ອມສຸສາ

ນີ້ແມ່ນຫນຶ່ງໃນບັນດາຕົວເມືອງຂອງກະສັດເປີເຊຍ, ຕັ້ງຢູ່ໃນປະເທດເອລາມ. ເປັນເມືອງທີ່ມີປ້ອມຂະຫນາດໃຫ່ຍທີ່ມີມີກຳແພງສູງອ້ອມຮອບຕົວເມືອງ.

ມີພີ່ນ້ອງຄົນຫນຶ່ງຂອງຂ້າພະເຈົ້າ, ຮານານີ

ຮານານີເປັນອ້າຍຂອງເນເຫມີຢາ.

ຮານານີ, ໄດ້ມາກັບບາງຄົນຈາກຢູດາ

"ຮານານີໄດ້ມາຈາກຢູດາກັບຄົນອຶ່ນໆ"

ພວກຢິວຜູ້ທີ່ໄດ້ຫນີ, ຊາວຢິວທີ່ເຫລືອຢູ່ທີ່ນັ້ນ

ສອງວະລີນີ້ຫມາຍເຖິງກຸ່ມຄົນກຸ່ມດຽວກັນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຊາວຢິວຈຳນວນບໍ່ຫລາຍທີ່ຖືກເນລະເທດໄປບາບີໂລນແຕ່ໄດ້ປົບຫນີ ແລະ ກັບໄປຢູ່ເຢຣູຊາເລັມ ຫລື 2) ຊາວຢິວຈຳນວນບໍ່ຫລາຍທີ່ໄດ້ຫນີຈາກພວກທີ່ພະຍາຍາມຈະພາພວກເຂົາໄປເປັນຊະເລີຍໃນບາບີໂລນ ແລະ ດັ່ງນັ້ນຈຶ່ງຍັງຄົງຢູ່ໃນເຢຣູຊາເລັມ. ເນື່ອງຈາກວ່າມັນບໍ່ຈະແຈ້ງວ່າພວກເຂົາໄດ້ຫລົບຫນີໄປໃສ, ມັນອາດຈະເປັນການດີທີ່ສຸດທີ່ຈະບໍ່ລະບຸໃນຄຳແປ. ອາດແປໄດ້ອີກວ່າ: "ຊາວຢິວຜູ້ທີ່ໄດ້ຫນີອອກຈາກການເນລະເທດ ແລະ ຜູ້ທີ່ຍັງຢູ່ໃນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)