lo_tn/mrk/09/47.md

2.7 KiB

ຖ້າຕາຂອງເຈົ້າເຮັດໃຫ້ເຈົ້າສະດຸດ, ຈົ່ງຄັວກມັນອອກ

ໃນທີ່ນີ້ຄຳວ່າ "ຕາ" ແມ່ນຄຳເວົ້າທີ່ບໍ່ໄດ້ຫມາຍເຖິງ 1) ປຣາຖນາທີ່ຈະເຮັດບາບໂດຍການເບິ່ງບາງຢ່າງ. ອາດແປໄດ້: "ຖ້າທ່ານຕ້ອງການເຮັດສິ່ງທີ່ຜິດບາບໂດຍການເບິ່ງບາງຢ່າງ, ຈົ່ງຄວັກຕາຂອງທ່ານອອກ." ຫລື 2) ປຣາດຖນາຢາກເຮັດບາບເພາະສິ່ງທີ່ທ່ານໄດ້ເບິ່ງ. ອາດແປໄດ້: "ຖ້າທ່ານຕ້ອງການເຮັດສິ່ງທີ່ຜິດຍ້ອນສິ່ງທີ່ທ່ານເບິ່ງ, ຈົ່ງຄວັກຕາຂອງທ່ານອອກ" (ເບິ່ງ: rc://*/ta/man/translate/figs-metonymy)

ເຂົ້າໄປໃນອານາຈັກຂອງພຣະເຈົ້າດ້ວຍຕາດຽວດີກ່ວາມີສອງຕາ

ນີ້ຫມາຍເຖິງສະພາບຂອງຮ່າງກາຍຂອງຄົນເຮົາເມື່ອລາວຕາຍ. ບຸກຄົນໃດຫນຶ່ງບໍ່ໄດ້ເອົາຮ່າງກາຍຂອງລາວໄປນຳລາວຕະຫລອດໄປ. ອາດແປອີກຢ່າງ: "ທີ່ຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ, ຫລັງຈາກໄດ້ມີຊີວິດຢູ່ເທິງແຜ່ນດິນໂລກໂດຍມີພຽງຕາດຽວ, ດີກ່ວາໄດ້ມີຊີວິດຢູ່ເທິງແຜ່ນດິນໂລກແລະມີສອງຕາ" (ເບິ່ງ: rc://*/ta/man/translate/figs-explicit)

ທີ່ຈະຖືກໂຍນເຂົ້າໄປໃນນະຣົກ

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດແປອີກວ່າ: "ສຳລັບພຣະເຈົ້າທີ່ຈະໂຍນທ່ານລົງໃນນະຣົກ" (ເບິ່ງ: rc://*/ta/man/translate/figs-activepassive)

ບ່ອນທີ່ຫນອນພວກມັນບໍ່ຕາຍ

ຄວາມຫມາຍຂອງປະໂຫຍກນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ບ່ອນທີ່ແມ່ທ້ອງທີ່ກິນຄົນຢູ່ທີ່ນັ້ນບໍ່ຕາຍ" (ເບິ່ງ: rc://*/ta/man/translate/figs-explicit)