lo_tn/mrk/08/33.md

3.2 KiB

ຂໍ້ມູນເຊື່ອມຕໍ່:

ຫລັງຈາກສັ່ງຫ້າມເປໂຕເພາະວ່າລາວບໍ່ຕ້ອງການໃຫ້ພຣະເຢຊູສິ້ນຊີວິດແລະຟື້ນຂຶ້ນ, ພຣະເຢຊູໄດ້ບອກທັງສາວົກແລະຝູງຊົນຂອງທ່ານໃຫ້ຕິດຕາມພຣະອົງ.

ຈົ່ງຖອຍຫນີຈາກເຮົາ, ຊາຕານ! ເຈົ້າຍັງບໍ່ໄດ້ຄິດຢ່າງ

ພຣະເຢຊູຫມາຍຄວາມວ່າເປໂຕກຳລັງເຮັດຄືກັບຊາຕານເພາະວ່າເປໂຕກຳລັງພະຍາຍາມກີດຂວາງພຣະເຢຊູບໍ່ໃຫ້ສຳເລັດສິ່ງທີ່ພຣະເຈົ້າໄດ້ສົ່ງໃຫ້ລາວເຮັດ. ອາດແປໄດ້: "ຈົ່ງຢຸດຢູ່ຫລັງເຮົາຊາຕານ! ເຮົາເອີ້ນເຈົ້າວ່າຊາຕານເພາະວ່າເຈົ້າບໍ່ໄດ້ຕັ້ງຄ່າ" ຫລື "ຈົ່ງຢູ່ຫລັງເຮົາ, ເພາະວ່າເຈົ້າກຳລັງປະຕິບັດຕົວຄືກັບຊາຕານ! ເຈົ້າບໍ່ໄດ້ຕັ້ງຄ່າ" (ເບິ່ງ: rc://*/ta/man/translate/figs-metaphor)

ຖອຍຫນີຈາກເຮົາ

"ຫນີຈາກເຮົາ"

ຕາມເຮົາ​ມາ

ການຕິດຕາມພຣະເຢຊູຢູ່ນີ້ສະແດງເຖິງການເປັນສາວົກຂອງພຣະອົງ. ອາດແປໄດ້: "ຈົ່ງເປັນສາວົກຂອງເຮົາ" ຫລື "ເປັນສາວົກຂອງເຮົາ" (ເບິ່ງ: rc://*/ta/man/translate/figs-metaphor)

ຕ້ອງປະຕິເສດຕົນເອງ

"ບໍ່ຍອມຈຳນົນຕໍ່ຄວາມປຣາຖນາຂອງຕົນເອງ" ຫລື "ຕ້ອງປະຖິ້ມຄວາມຕ້ອງການຂອງຕົນເອງ"

ຖືໄມ້ກາງແຂນຂອງຕົນ, ແລະຕາມເຮົາ

"ແບກໄມ້ກາງແຂນຂອງຕົນແລະຕິດຕາມເຮົາ." ໄມ້ກາງແຂນສະແດງເຖິງຄວາມທຸກທໍຣະມານແລະຄວາມຕາຍ. ການແບກໄມ້ກາງແຂນຫມາຍເຖິງຄວາມເຕັມໃຈທີ່ຈະທົນທຸກທໍຣະມານແລະສິ້ນຊີວິດ. ອາດແປໄດ້: "ຕ້ອງເຊື່ອຟັງເຮົາຈົນເຖິງເວລາທີ່ທຸກທໍຣະມານແລະສິ້ນຊີວິດ" (ເບິ່ງ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ແລະຕິດຕາມເຮົາ

ການຕິດຕາມພຣະເຢຊູຢູ່ນີ້ຫມາຍເຖິງການເຊື່ອຟັງພຣະອົງ. ອາດແປໄດ້: "ແລະເຊື່ອຟັງຂ້ອຍ" (ເບິ່ງ: rc://*/ta/man/translate/figs-metaphor)