lo_tn/mrk/07/14.md

2.5 KiB

ຂໍ້ມູນເຊື່ອມຕໍ່:

ພຣະເຢຊູເລົ່າຄຳອຸປະມາຕໍ່ຝູງຊົນເພື່ອຊ່ວຍເຂົາເຈົ້າໃຫ້ເຂົ້າໃຈສິ່ງທີ່ພຣະອົງເວົ້າກັບພວກທັມະຈານແລະພວກຟາຣີຊາຍ. (ເບິ່ງ: rc://*/ta/man/translate/figs-parables)

ພຣະອົງເອີ້ນ

"ພຣະເຢຊູເອີ້ນວ່າ"

ຟັງຂ້ອຍທັງຫມົດ ແລະເຂົ້າໃຈ

ຄຳວ່າ "ຟັງ" ແລະ "ເຂົ້າໃຈ" ແມ່ນກ່ຽວຂ້ອງກັນ. ພຣະເຢຊູໃຊ້ພວກມັນເຂົ້າກັນເພື່ອເນັ້ນຫນັກວ່າຜູ້ຟັງຂອງພຣະອົງຄວນເອົາໃຈໃສ່ກັບສິ່ງທີ່ພຣະອົງກ່າວ. (ເບິ່ງ: rc://*/ta/man/translate/figs-doublet)

ເຂົ້າໃຈ

ມັນອາດຈະເປັນປະໂຫຍກທີ່ຈະກ່າວເຖິງສິ່ງທີ່ພຣະເຢຊູກຳລັງບອກໃຫ້ພວກເຂົາເຂົ້າໃຈ. ອາດແປໄດ້ວ່າ: "ພະຍາຍາມເຂົ້າໃຈສິ່ງທີ່ຂ້ອຍກຳລັງຈະບອກເຈົ້າ" (ເບິ່ງ: rc://*/ta/man/translate/figs-ellipsis)

ບໍ່ມີຫຍັງຈາກພາຍນອກຂອງບຸກຄົນ

ພຣະເຢຊູພວມເວົ້າກ່ຽວກັບສິ່ງທີ່ຄົນກິນ. ນີ້ແມ່ນກົງກັນຂ້ວາມກັບ "ສິ່ງທີ່ອອກມາຈາກຄົນ." ອາດແປໄດ້ວ່າ: "ບໍ່ມີຫຍັງຈາກພາຍນອກທີ່ລາວສາມາດກິນໄດ້" (ເບິ່ງ: rc://*/ta/man/translate/figs-explicit)

ມັນແມ່ນສິ່ງທີ່ອອກມາຈາກຄົນ

ສິ່ງນີ້ຫມາຍເຖິງສິ່ງທີ່ຄົນເຮັດຫລືເວົ້າ. ນີ້ແມ່ນກົງກັນຂ້ວາມກັບ "ສິ່ງທີ່ຢູ່ພາຍນອກຄົນທີ່ເຂົ້າມາໃນລາວ." ອາດແປວ່າ: "ມັນແມ່ນສິ່ງທີ່ອອກມາຈາກຄົນທີ່ລາວເວົ້າຫລືເຮັດ" (ເບິ່ງ: rc://*/ta/man/translate/figs-explicit)