lo_tn/mrk/02/23.md

2.9 KiB

ຂໍ້ມູນເຊື່ອມຕໍ່:

ພຣະເຢຊູຊົງຍົກຕົວຢ່າງໃຫ້ພວກຟາຣີຊາຍຈາກພຣະຄໍັມພີເພື່ອສະແດງວ່າເປັນຫຍັງສາວົກຈິ່ງບໍ່ຜິດຖ້າຈະເດັດຮວງເຂົ້າມາກິນໃນວັນສະບາໂຕ

ເບິ່ງນັ້ນຕີ ເປັນຫຍັງພວກເຂົາຈິ່ງເຮັດສິ່ງທີ່ຜິດກົດຂອງວັນສະບາໂຕ

ພວກຟາຣີຊາຍຖາມພຣະເຢຊູເພື່ອຈະປະນາມພຣະອົງ ແປອີກຢ່າງວ່າ: " ເບິ່ງນັ້ນດູ ພວກເຂົາທໍາລາຍກົດຂອງພວກຢີວກ່ຽວກັບວັນສະບາໂຕ " (ເບິ່ງຢູ່ທີ່: rc://*/ta/man/translate/figs-rquestion)

" ເດັດຮວງເຂົ້າມາກິນ...ເຮັດສິ່ງທີ່ຜິດກົດຂອງວັນສະບາໂຕ "

ການເດັດຮວງເຂົ້າໃນນາຄົນອື່ນແລະກິນບໍ່ຖືວ່າເປັນ ການລັກ ຄໍາຖາມຄືຄົນເຮັດຢ່າງນີ້ໄດ້ຫລືບໍ່ ບໍ່ສະນັ້ນກໍ່ຈະບໍ່ຖືວ່າເຮັດຜິດກົດໃນວັນສະບາໂຕ

ເດັດຮວງເຂົ້າ

ພວກສາວົກເດັດຮວງເຂົ້າມາກິນ ນີ້ສາມາດໃຊ້ຄໍາທີ່ສະແດງຄວາມຫມາຍຢ່າງເຕັມທີ້ ແປອີກຢ່າງວ່າ: " ເກັບແລະກິນຍອດຮວງເຂົ້າ "(ເບິ່ງຢູ່ທີ່: rc://*/ta/man/translate/figs-explicit)

ຮວງເຂົ້າ

ນີ້ເປັນສ່ວນທີ່ຢູ່ຍອດສຸດຂອງເຂົ້າຟ່າງ ຊຶ່ງເປັນຕົ້ນຫຍ້າສູງ ທີ່ຍອດມີຮວງເຂົ້າທີ່ໃຫຍ່ເຕັມທີແລ້ວ ຫລືເມັດຂອງຕົ້ນເຂົ້າຟ່າງ

ເບິ່ງ

ເບິ່ງນີ້" ຫລື "ຟັງ." ນີ້ແມ່ນ ຄຳ ທີ່ໃຊ້ເພື່ອໃຫ້ຄວາມສົນໃຈຂອງຜູ້ໃດຜູ້ ຫນຶ່ງ ເພື່ອສະແດງໃຫ້ພວກເຂົາເຫັນບາງຢ່າງ. ຖ້າມີ ຄຳ ໃດ ຫນຶ່ງ ໃນພາສາຂອງທ່ານທີ່ໃຊ້ເພື່ອດຶງດູດຄວາມສົນໃຈຂອງຄົນຕໍ່ບາງສິ່ງບາງຢ່າງ, ທ່ານສາມາດໃຊ້ ຄຳ ສັບນີ້ໄດ້ທີ່ນີ້.