lo_tn/mrk/02/17.md

2.6 KiB

ຂໍ້ມູນເຊື່ອມຕໍ່:

ພຣະເຢຊູຊົງຕອບສະຫນອງທີ່ພວກທັມາຈານໄດ້ເວົ້າກັບເຫລົ່າສາວົກເລື່ອງການກິນອາຫານຮ່ວມກັບຄົນເກັບພາສີແລະຄົນບາບ

ພຣະອົງກ່າວກັບພວກເຂົາວ່າ

" ພຣະອົງກ່າວກັບພວກທັມະຈານ "

ຄົນທີ່ຮ່າງກາຍແຂງແຮງດີບໍ່ຕ້ອງການຫມໍ ແຕ່ຄົນປ່ວຍເທົ່ານັ້ນທີ່ຕ້ອງການຫມໍ

ພຣະເຢຊູຊົງປຽບຄົນທີ່ຮູ້ຕົວວ່າເປັນຄົນບາບພວກເຂົາຮູ້ວ່າຕົວເອງປ່ວຍ ແປອີກຢ່າງວ່າ : "ປະຊາຊົນຜູ້ທີ່ຄິດວ່າພວກເຂົາຊອບທັມບໍ່ຕ້ອງການຄວາມຊ່ວຍ ເຫລືອ ມີແຕ່ພວກທີ່ຮູ້ວ່າຕົວເອງປ່ວຍເທົ່ານັ້ນທີ່ຕ້ອງການຄວາມຊ່ວຍເຫລືອ (ເບິ່ງຢູ່ທີ່: rc://*/ta/man/translate/figs-metaphor)

ຮ່າງກາຍແຂງແຮງ

" ສຸຂະພາບດີ "

ເຮົາບໍ່ໄດ້ມາຫາຄົນທີ່ເອີ້ນວ່າເປັນຄົນຊອບທັມ ແຕ່ມາຫາຄົນທີ່ເປັນຄົນບາບ

ພຣະເຢຊູຊົງຄາດຫວັງວ່າຜູ້ຟັງຈະເຂົ້າໃຈວ່າພຣະອົງມາເພື່ອພວກຄົນທີ່ຕ້ອງການພຣະອົງ ແປອີກຢ່າງວ່າ : "ເຮົາມາເພື່ອຄົນທີ່ເຂົ້າໃຈວ່າພວກເຂົາເປັນຄົນບາບບໍ່ແມ່ນສໍາລັບຄົນທີ່ເຊື່ອວ່າຕົນເອງເປັນຄົນຊອບທັມ" (ເບິ່ງຢູ່ທີ່: rc://*/ta/man/translate/figs-irony)

ແຕ່ພວກຄົນບາບ

ອາດຊ່ວຍຖ້າຈະກໍານົດນີ້ຄືປະຊາຊົນທີ່ພຣະເຢຊູສະເດັດມາເພື່ອຈະເອີ້ນພວກເຂົາ ແປໄດ້ອີກວ່າ : " ແຕ່ເຮົາມາເອີ້ນຄົນບາບທັງຫລາຍ " rc://*/ta/man/translate/figs-ellipsis)