lo_tn/mrk/02/05.md

2.9 KiB

ເຫັນຄວາມເຊື່ອຂອງພວກເຂົາ

" ເຫັນຄວາມເຊື່ອຂອງຊາຍເຫລົ່ານັ້ນ ຄວາມຫມາຍທີ່ເປັນໄປໄດ້ຄື 1 ) ສະເພາະຊາຍຄົນທີ່ຫາມຄົນທີ່ເປັນເປ້ຍມີຄວາມເຊື່ອຫລື 2) ຊາຍຄົນທີ່ເປັນເປ້ຍແລະຊາຍຄົນທີ່ນໍາເຂົາມາຫາພຣະເຢຊູມີຄວາມເຊື່ອ (ເບິ່ງ: rc://*/ta/man/translate/figs-explicit)

ລູກເອີຍ

ຄໍາວ່າ " ລູກເອີຍ " ໃນທີ່ນີ້ສະແດງໃຫ້ເຫັນວ່າພຣະເຢຊູໃຫ້ຄວາມສົນໃຈຊາຍຄົນນັ້ນເຊັ່ນພໍ່ສົນໃຈລູກ ແປໄດ້ອີກຢ່າງວ່າ : " ລູກຂອງເຮົາເອີຍ " (ເບິ່ງຢູ່ທີ່: rc://*/ta/man/translate/figs-metaphor)

ບາບຂອງເຈົ້າໄດ້ຮັບການອະພັຍແລ້ວ

ຄວາມຫມາຍທີ່ເປັນໄປໄດ້ 1) " ພຣະເຈົ້າຊົງອະພັຍບາບຂອງທ່ານ " (ເບິ່ງ 2 ຂໍ້ 7) ຫລື 2) " ເຮົາໃຫ້ອະພັຍບາບຂອງທ່ານແລ້ວ " (ເບິ່ງຢູ່ທີ່: MRK 2:10)

ຄິດຫາເຫດຜົນໃນໃຈຢູ່

ໃນທີ່ນີ້ " ໃນໃຈຂອງພວກເຂົາ " ອີກຫນຶ່ງສໍາລັບຄວາມຄິດຂອງປະຊາຊົນ ແປໄດ້ອີກຢ່າງວ່າ : " ພວກເຂົາກໍາຄິດໃນໃຈພວກເຂົາ " (ເບິ່ງຢູ່ທີ່: rc://*/ta/man/translate/figs-metonymy)

ຊາຍຄົນນີ້ເວົ້າຢ່າງນີ້ໄດ້ຢ່າງໃດ

ຄໍາຖາມນີ້ຖືກຖາມເພື່ອສະແດງວ່າພວກທັມະຈານສົງໃສອໍານາດການອະພັຍບາບຂອງພຣະເຢຊູ ແປໄດ້ອີກຢ່າງວ່າ : " ຊາຍຄົນນີ້ບໍ່ຄວນເວົ້າຢ່າງນີ້" (ເບິ່ງຢູ່ທີ່: rc://*/ta/man/translate/figs-rquestion)

ໃຜທີ່ສາມາດຍົກໂທດບາບໄດ້ນອກຈາກພຣະເຈົ້າພຽງຜູ້ດຽວ

ຄໍາຖາມນີ້້ຖືກຖາມເພື່ອສະແດງວ່າພວກທັມະຈານສົງໃສວ່າພຣະເຢຊູຄືພຣະເຈົ້າ ແປໄດ້ອີກວ່າ : " ພຣະເຈົ້າເທົ່ານັ້ນທີ່ສາມາດຍົກໂທດບາບໄດ້ " (ເບິ່ງຢູ່ທີ່: rc://*/ta/man/translate/figs-rquestion)