lo_tn/mic/07/14.md

2.1 KiB

ຂໍຊົງລ້ຽງດູປະຊາຊົນຂອງພຣະອົງ, ຄືລ້ຽງເເກະດ້ວຍໄມ້ແສ້ຂອງພຣະອົງ.

ມີກາແມ່ນການອະທິຖານເພື່ອ ພຣະຢາເວ, ຂໍໃຫ້ພຣະອົງປົກປ້ອງປະຊາຊົນອິດສະຣາເອນຂອງພຣະອົງອີກເທື່ອຫນຶ່ງ. ນີ້ "ໄມ້ເທົ້າ" ຫມາຍເຖິງການຊີ້ນຳ ແລະ ການນຳພາຂອງພຣະເຈົ້າ, ຄືກັບຜູ້ລ້ຽງແກະໃຊ້ໄມ້ເພື່ອນຳພາແລະປົກປ້ອງແກະຂອງຕົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຜູ້ອາໄສຢ່າງໂດດດ່ຽວໃນປ່າຮົກ

ມີກາຫມາຍຄວາມວ່າປະຊາຊົນບາງຄົນອາໄສຢູ່ບ່ອນທີ່ດິນບໍ່ດີ ແລະ ພວກເຂົາຢູ່ໂດດດ່ຽວ ແລະ ບໍ່ສາມາດຫາສິ່ງທີ່ຈຳເປັນໄດ້ງ່າຍ.

ຂໍໃຫ້ເຂົາເລັມຫຍ້າຢູ່ໃນບາຊານ ເເລະກິເລອາດ

ບັນດາຂົງເຂດເຫລົ່ານີ້ແມ່ນເປັນທີ່ຮູ້ຈັກເປັນດິນແດນທີ່ອຸດົມສົມບູນສຳລັບການປູກເພື່ອສະບຽງອາຫານ. ດັ່ງນັ້ນ, ມີກາໄດ້ຮ້ອງຂໍໃຫ້ມີການຂະຫຍາຍດິນແດນຕື່ມອີກ, ຫນຶ່ງໃນນັ້ນທີ່ຖືກສູນເສຍໄປໂດຍການບຸກລຸກປີກ່ອນ.

ຄືໃນໂບຮານນະການ

ນີ້ອາດຫມາຍເຖິງ ຕອນທີ່ໂຊໂລໂມນເປັນກະສັດ.

ເຮົາຈະໃຫ້ພວກເຈົ້າເຫັນ

ນີ້ "ເຮົາ" ຫມາຍເຖິງພຣະຢາເວ.