lo_tn/mic/06/06.md

2.5 KiB

ຂ້າພະເຈົ້າຈະນຳຫຍັງເຂົ້າມາເຝົ້າພຣະຢາເວ, ເມື່ອຂ້າພະເຈົ້າກົ້ມກາບພຣະເຈົ້າຜູ້ສູງສຸດ? ຂ້າພະເຈົ້າຄວນທີ່ຈະເຂົ້າເຝົ້າພຣະອົງດ້ວຍເຄື່ອງເຜົາບູຊາ, ດ້ວຍບັນດາລູກງົວອາຍຸຫນຶ່ງປີບໍ? ພຣະຢາເວຈະພໍພຣະທັຍ ໃນການຖວາຍແກະຜູ້ຫລາຍພັນຕົວ, ຫລື ດ້ວຍທານນ້ຳມັນຫລາຍຫມື່ນສາຍບໍ? ຂ້າພະເຈົ້າຄວນທີ່ຈະຖວາຍລູກຊາຍຫົວປີເພື່ອໄຖ່ການລະເມີດຂອງຂ້າພະເຈົ້າ, ຄືຜົນຂອງກາຍຂອງຂ້າພະເຈົ້າ ເພື່ອການຊຳລະບາບຂອງຂ້າພະເຈົ້າເອງບໍ?

ມີກາໃຊ້ຄຳຖາມຕ່າງໆເພື່ອສອນຊາວອິດສະຣາເອນກ່ຽວກັບສິ່ງທີ່ພຣະເຈົ້າພໍໃຈແທ້ໆ. ອາດຈະແປໄດ້ອີກວ່າ: "ແນ່ນອນທ່ານບໍ່ຄິດວ່າທ່ານສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ໂດຍການ ນຳເອົາລູກງົວທີ່ມີອາຍຸຫນຶ່ງປີ, ງົວ 1,000 ໂຕ, ນຳ້ມັນ 10,000, ຫລື ແມ່ນແຕ່ລູກຊາຍກົກຂອງທ່ານເປັນເຄື່ອງບູຊາສຳລັບບາບຂອງທ່ານ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/translate-numbers]]).

ລູກຊາຍຫົວປີເພື່ອໄຖ່ການລະເມີດຂອງຂ້າພະເຈົ້າ, ຄືຜົນຂອງກາຍຂອງຂ້າພະເຈົ້າ ເພື່ອການຊຳຣະບາບຂອງຂ້າພະເຈົ້າເອງ

ສອງປະໂຫຍກນີ້ມີຄວາມຫມາຍຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism).

ພຣະອົງໄດ້ຊົງສຳແດງແກ່ພວກເຈົ້າແລ້ວ

"ພຣະຢາເວໄດ້ບອກທ່ານ"