lo_tn/mic/05/04.md

3.2 KiB

ຂໍ້​ມູນ​ທົ່ວ​ໄປ:

ຂໍ້ພຣະຄຳພີເຫລົ່ານີ້ສືບຕໍ່ພັນລະນາເຖິງຜູ້ປົກຄອງຈາກເມືອງເບັດເລເຮັມ.

ເພິ່ນຈະປົກຄອງປະຊາຊົນຂອງເພິ່ນໂດຍພຣະກຳລັງຂອງພຣະຢາເວ.

ອາດຈະແປໄດ້ອີກວ່າ: "ລາວຈະນຳພາປະຊາຊົນຂອງລາວໃນກຳລັງຂອງພຣະຢາເວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ດ້ວຍຄວາມຍິ່ງໃຫຍ່ແຫ່ງພຣະນາມພຣະຢາເວພຣະເຈົ້າຂອງເຂົາ.

ອາດຈະແປໄດ້ອີກວ່າ: "ໃນສິດອຳນາດຂອງພຣະຢາເວ ພຣະເຈົ້າຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ເຂົາທັງຫລາຍຈະດຳຣົງຢູ່ໄດ້

ນີ້ "ພວກເຂົາ" ຫມາຍເຖິງຊາວອິດສະຣາເອນ. ຄຳວ່າ "ອິດສະຣາເອນ" ຫລື "ເຢຣູຊາເລັມ" ແມ່ນມີຄວາມຫມາຍ. ອາດຈະແປໄດ້ອີກວ່າ: "ປະຊາຊົນຈະຍັງຄົງຢູ່ໃນອິດສະຣາເອນ" ຫລື "ປະຊາຊົນຈະຍັງຄົງຢູ່ໃນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis).

ເພາະບັດນີ້ເຂົາຈະເປັນໃຫຍ່ຈົນເຖິງສຸດປາຍແຜ່ນດິນໂລກ

ນີ້ຫມາຍຄວາມວ່າໃນອະນາຄົດປະຊາຊົນທຸກປະເທດຈາກທຸກໆຊາດຈະໃຫ້ກຽດແກ່ຜູ້ປົກຄອງອິດສະຣາເອນ.

ເຂົາຈະເປັນສັນຕິສຸກຂອງພວກເຮົາ.

ນີ້ແມ່ນ "ຂອງພວກເຮົາ" ຫມາຍເຖິງມີກາ ແລະ ປະຊາຊົນອິດສະຣາເອນ. ອາດຈະແປໄດ້ອີກວ່າ: "ລາວຈະເປັນຜູ້ທີ່ມີຄວາມສະຫງົບສຸກ" (ເບິ່ງເພີມເຕີມ: rc://*/ta/man/translate/figs-inclusive).

ຄົນລ້ຽງແກະຈຳນວນເຈັດຄົນ ແລະ ຜູ້ນຳຈຳນວນແປດຄົນຂຶ້ນມາສູ້ກັບພວກເຂົາ

ທີ່ນີ້ "ຜູ້ລ້ຽງແກະ" ຫມາຍຄວາມວ່າ "ຜູ້ປົກຄອງ." ນອກຈາກນີ້, ທ່ານອາດຈະຕ້ອງການເພີ່ມບົດບັນຍາຍທີ່ເວົ້າວ່າ "ຕົວເລກ 'ເຈັດ' ແລະ 'ແປດ' ລວມກັນຫມາຍ ຄວາມວ່າຈະມີຜູ້ນຳຫລາຍກວ່າທີ່ຈະຕອບສະຫນອງຄວາມຕ້ອງການ."