lo_tn/mic/05/02.md

3.4 KiB

ແຕ່ເຈົ້າ, ເບັດເລເຮັມ ເອຟຣາທາເອີຍ

ພຣະຢາເວເວົ້າກັບຜູ້ຄົນໃນເມືອງນີ້ຄືກັບວ່າພວກເຂົາຢູ່ທີ່ນັ້ນຟັງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-apostrophe).

ເອຟຣາທາ

ນີ້ແມ່ນຊື່ຂອງພື້ນທີ່ ທີ່ເມືອງເບັດເລເຮັມຕັ້ງຢູ່ ຫລືມັນເປັນພຽງຊື່ອື່ນ ສຳລັບເມືອງເບດເລເຮັມ ຫລື ມັນຈະແຍກຊື່ເມືອງເບັດເລເຮັມນີ້ຈາກບ່ອນອື່ນ. ເມືອງເບັດເລເຮັມຢູ່ທາງທິດໃຕ້ຂອງນະຄອນເຢຣູຊາເລັມປະມານຫົກໄມ. ມັນແມ່ນບ້ານເກີດຂອງກະສັດດາວິດ. ນັກແປພາສາອາດຈະເພີ່ມຈຸດຫມາຍນີ້: "ຊື່ 'ເອຟາດທາ' ມີຄວາມຫມາຍວ່າ 'ໃຫ້ເກີດຫມາກຜົນ' '(ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names).

ເຖິງແມ່ນວ່າເຈົ້າເປັນຄົນເລັກນ້ອຍໃນບັນດາຕະກຸນຂອງຢູດາຍ

ນີ້ຫມາຍຄວາມວ່າ ພຣະເຈົ້າຈະເຮັດສິ່ງທີ່ຍິ່ງໃຫຍ່ຜ່ານເມືອງນ້ອຍ ແລະ ບໍ່ສຳຄັນ.

ອອກມາເພື່ອເຮົາ

ນີ້ "ຂ້ອຍ" ຫມາຍເຖິງພຣະຢາເວ.

ຜູ້ທີ່ການເລີ່ມຕົ້ນມາຈາກອະດີດຕະການ, ຈາກນິຣັນການ.

ນີ້ຫມາຍເຖິງຜູ້ປົກຄອງທີ່ສືບເຊື້ອສາຍມາຈາກຄອບຄົວເກົ່າແກ່ຂອງກະສັດດາວິດ. ປະໂຫຍກທີ່ວ່າ "ຈາກສະໄຫມກ່ອນ" ແລະ "ຈາກນິລັນດອນ" ຫມາຍຄວາມວ່າໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນ ຫນັກວ່າ ຄອບຄົວຄອບຄົວນີ້ມີອາຍຸເທົ່າໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet).

ດັ່ງນັ້ນ ພຣະເຈົ້າຈະຊົງຖິ້ມພວກເຂົາ.

"ເພາະສະນັ້ນພຣະເຈົ້າຈະປະຖິ້ມປະຊາຊົນອິດສະຣາເອນ".

ຈົນເຖິງເວລາທີ່ຍິງຜູ້ເຈັບທ້ອງຈະເກີດລູກ.

ນີ້ຫມາຍເຖິງເວລາທີ່ຜູ້ປົກຄອງເກີດ, ເວລາ ຈຳກັດ.

ບັນດາພີ່ນ້ອງທີ່ເຫລືອຢູ່

"ສ່ວນທີ່ເຫລືອຂອງຊາວອິດສະຣາເອນອື່ນໆ." ພວກນີ້ແມ່ນຊາວອິດສະຣາເອນທີ່ຖືກເນລະເທດ. ນີ້ແມ່ນ "ລາວ" ຫມາຍເຖິງເດັກນ້ອຍຜູ້ທີ່ຈະເປັນຜູ້ປົກຄອງ.