lo_tn/mic/03/05.md

1.9 KiB

ຂໍ້​ມູນ​ທົ່ວ​ໄປ:

ມີກາຍັງສືບຕໍ່ກ່າວຄຳຕັດສິນຕໍ່ຕ້ານຜູ້ເຜີຍພຣະວະຈະນະປອມ.

ຈະມີແຕ່ກາງຄືນທີ່ປາສະຈາກນິມິດແກ່ພວກທ່ານ ... ... ກາງເວັນກໍຈະກາຍເປັນຄວາມມືດສຳລັບພວກເຂົາ.

ພຣະຢາເວກ່າວໃນ 3:6 ຜູ້ເຜີຍພຣະວະຈະນະປອມເຫລົ່ານີ້ ຈະບໍ່ໄດ້ຮັບຂ່າວສານຂອງພຣະເຈົ້າຕໍ່ປະຊາຊົນອິດສະຣາເອນອີກຕໍ່ໄປ. ບາງຄັ້ງຜູ້ເຜີຍພຣະວະຈະນະໄດ້ຮັບຂ່າວສານຈາກພຣະເຈົ້າຜ່ານນິມິດ, ຫລື ຄວາມຝັນໃນຕອນກາງຄືນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ຜູ້ເຫັນນິມິດຈະອັບອາຍ, ແລະ ຜູ້ທຳນວາຍຈະສັບສົນ.

"ເຮົາຈະເຮັດໃຫ້ຜູ້ພະຍາກອນອາຍ, ແລະ ເຮົາຈະສັບສົນຜູ້ທຳນວາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ພວກເຂົາທຸກຄົນຈະປິດປາກຂອງພວກເຂົາ

"ພວກເຂົາຈະບໍ່ເວົ້າອີກຕໍ່ໄປ" (ເບິ່ງເພີມເຕີມ: rc://*/ta/man/translate/figs-metonymy).

ເພາະວ່າບໍ່ມີຄຳຕອບມາຈາກເຮົາ.

ນີ້ຫມາຍຄວາມວ່າ ພຣະເຈົ້າຈະມິດງຽບຢູ່ໃນສ່ວນຂອງການລົງໂທດຂອງພວກເຂົາ.