lo_tn/mic/03/01.md

1.6 KiB

ຂໍ້​ມູນ​ທົ່ວ​ໄປ:

ບົດທີ 3 ສຸມໃສ່ຜູ້ນຳທີ່ສໍ້ລາດບັງຫລວງໃນອິດສະຣາເອນ.

ຂ້າພະເຈົ້າໄດ້ກ່າວ

ທີ່ນີ້ "ຂ້ອຍ" ຫມາຍເຖິງມີກາ.

ເປັນການຖືກຕ້ອງບໍ່ແມ່ນບໍທີ່ພວກທ່ານຕ້ອງເຂົ້າໃຈຄວາມຍຸຕິທັມ?

ມີກາໃຊ້ຄຳຖາມເພື່ອກ່າວຫາຜູ້ນຳເພາະວ່າພວກເຂົາບໍ່ໄດ້ປົກປ້ອງປະຊາຊົນຫລືປະຕິບັດຕໍ່ພວກເຂົາຢ່າງຍຸດຕິທຳ. (ເບິ່ງ: rc://*/ta/man/translate/figs-rquestion)

ພວກທ່ານຜູ້ທີ່ລອກຫນັງຂອງພວກເຂົາອອກ, ແລະ ຂູດຊີ້ນອອກຈາກກະດູກຂອງພວກເຂົາ ... ຄືຊີ້ນຢູ່ໃນຫມໍ້.

ມີກາໃຊ້ຮູບພາບທີ່ຫນ້າຢ້ານກົວນີ້ຂອງນັກຄາດຕະກອນທີ່ຕັດສັດມາເປັນຊີ້ນເພື່ອເນັ້ນ ຫນັກເຖິງ ຄວາມເສົ້າສະຫລົດໃຈຂອງພຣະເຈົ້າກັບພວກຜູ້ນຳເພາະວ່າພວກເຂົາໂຫດຮ້າຍຕໍ່ຄົນທີ່ພວກເຂົາຄວນປົກປ້ອງ. (ເບິ່ງ: rc://*/ta/man/translate/figs-metaphor)