lo_tn/mic/02/03.md

2.5 KiB

ຕະກຸນນີ້

"ຕະກຸນ" ນີ້ຫມາຍເຖິງປະຊາຊົນອິດສະຣາເອນທັງຫມົດ, ເຊິ່ງຄົນຮັ່ງມີ ກຳລັງກົດຂີ່ຂົ່ມເຫັງຄົນທຸກຍາກ. ຄວາມບາບຂອງຜູ້ນຳກຳລັງກັບຄືນມາສູ່ທົ່ວປະເທດຊາດ.

ຈາກເຈົ້າຈະຫລົບຫລີກບໍ່ໄດ້. ເຈົ້າຈະຍ່າງແບບທະນົງບໍ່ໄດ້

ພຣະຢາເວຫມາຍຄວາມວ່າ ການລົງໂທດຂອງພຣະອົງເປັນຄືກັບແອກທີ່ຢູ່ອ້ອມຄໍຂອງພວກເຂົາ. ມັນແມ່ນສິ່ງທີ່ຈະເຮັດໃຫ້ຄວາມທະນົງຕົວຂອງຄົນລວຍລົດລົງ. (ເບິ່ງ: rc://*/ta/man/translate/figs-metaphor)

ຈະຮ້ອງໄຫ້ດ້ວຍການຄໍາຄວນຢ່າງຂົມຂື່ນ

"ພວກເຂົາຈະຮ້ອງດັງໆ"

ພຣະອົງຊົງຍ້າຍເຂດແດນໄປຈາກຂ້ານ້ອຍໄດ້ແນວໃດ?

ສັດຕູໃຊ້ຄຳຖາມໃນເພງຂອງພວກເຂົາ ເພື່ອສະແດງຄວາມແປກໃຈຂອງພວກຜູ້ນຳທີ່ຮັ່ງມີຂອງອິດສະຣາເອນ ໄດ້ຮູ້ສຶກເພາະວ່າພຣະເຈົ້າໄດ້ຍຶດເອົາດິນແດນຂອງພວກເຂົາ ແລະ ໄດ້ມອບໃຫ້ຄົນອື່ນ ຄືກັນກັບທີ່ພວກເຂົາໄດ້ຍຶດເອົາດິນແດນຈາກຄົນຍາກຈົນ. ອາດແປໄດ້ອີກວ່າ: "ລາວໄດ້ເອົາມັນອອກຈາກຂ້ອຍ!" (ເບິ່ງ: rc://*/ta/man/translate/figs-rquestion)

ດັ່ງນັ້ນ, ເຈົ້າຄົນຮັ່ງມີຈະບໍ່ມີບັນດາຜູ້ສືບຕະກຸນທີ່ຈະໄດ້ຮັບສ່ວນແບ່ງເຂດແດນໂດຍຈັບສະຫລາກໃນຊຸມຊົນຂອງພຣະຢາເວພວກເຂົາ.

ຜູ້ທີ່ເອົາດິນຈາກຜູ້ທຸກຍາກຈະບໍ່ໄດ້ຮັບມໍລະດົກທີ່ພວກເຂົາປະຕິເສດຕໍ່ຄົນອື່ນ.