lo_tn/mic/01/08.md

3.0 KiB

ຂໍ້​ມູນ​ທົ່ວ​ໄປ:

ມີກາ 1:8-16 ແມ່ນກ່ຽວກັບການພິພາກສາຂອງພຣະເຈົ້າຕໍ່ຢູດາຍ.

ຂ້າພະເຈົ້າຈະຄ່ຳຄວນ

ນີ້ "ຂ້າພະເຈົ້າ" ຫມາຍເຖິງມີກາ.

ຂ້າພະເຈົ້າຈະຍ່າງໄປດ້ວຍຕີນເປົ່າ ແລະເປືອຍຕົວ

ນີ້ແມ່ນສັນຍານຂອງຄວາມທຸກໂສກ ແລະຄວາມເສົ້າສະຫລົດໃຈທີ່ສຸດ.

ເປືອຍຕົວ

ສ່ວນຫລາຍອາດຈະ, ມີກາບໍ່ໄດ້ເປືອຍຕົວທັງຫມົດ. ລາວອາດຈະນຸ່ງໂສ້ງເສື້ອ.

ຂ້າພະເຈົ້າຈະຄ່ຳຄວນຄືສຽງຫມາປ່າ ແລະ ສຽງຄວນຄາງຄືສຽງນົກເຄົ້າ.

ເຫລົ່ານີ້ແມ່ນສັດທີ່ຮູ້ກັນຍ້ອນສຽງຮ້ອງທີ່ດັງ ແລະ ໂຫດຮ້າຍຂອງພວກມັນ. ແລະ ພວກມັນຖືກພົບເຫັນຢູ່ໃນຂີ້ດິນ. AT: "ເຈົ້າຈະຮ້ອງໄຫ້ ແລະ ໂສກເສົ້າຄືກັບສັດໃນຍາມກາງຄືນ" (ເບິ່ງ: rc://*/ta/man/translate/figs-simile)

ເພາະວ່າບາດແຜຂອງນາງນັ້ນຮັກສາບໍ່ເຊົາ

ທີ່ນີ້ "ນາງ" ອ້າງເຖິງເມືອງຊາມາເຣັຽ. ນີ້ຫມາຍຄວາມວ່າບໍ່ມີຫຍັງສາມາດຢຸດຢັ້ງກອງທັບຂອງສັດຕູທີ່ກຳລັງມາເພື່ອທຳລາຍປະຊາຊົນອິດສະຣາເອນ. (ເບິ່ງ: rc://*/ta/man/translate/figs-metaphor)

ເພາະມັນໄດ້ລາມມາຮອດຢູດາຍ

ນີ້ "ມັນ" ຫມາຍເຖິງ "ບາດແຜ," ນັ້ນຄືກອງທັບທີ່ພຣະເຈົ້າຈະໃຊ້ເພື່ອລົງໂທດຊາມາເຣັຽ.

ເບັດ ເລອາຟະຣາ

ທ່ານອາດຈະຕ້ອງເຮັດບົດບັນຍາຍທາງທ້າຍໂດຍກ່າວວ່າ, "ຊື່ຂອງເມືອງນີ້ແປວ່າ" ເຮືອນຂອງຂີ້ຝຸ່ນ. "(ເບິ່ງ: rc://*/ta/man/translate/translate-names)

ຂ້າພະເຈົ້າເກືອກກິ້ງໂຕຂອງຂ້າພະເຈົ້າໃນຂີ້ຝຸ່ນ.

ຄົນທີ່ຢູ່ພາຍໃຕ້ການພິພາກສາຂອງພຣະເຈົ້າແມ່ນສະແດງຄວາມໂສກເສົ້າຂອງພວກເຂົາໃນທາງທີ່ເຂັ້ມແຂງ.