lo_tn/mat/13/40.md

3.5 KiB

ຂໍ້ມູນການເຊື່ອມຕໍ່:

ພຣະເຢຊູຈົບການອະທິບາຍໃຫ້ລູກສິດຂອງພຣະອົງຮູ້ກ່ຽວກັບ ຄຳອຸປະມາເລື່ອງໄຮ່ນາພ້ອມດ້ວຍເຂົ້າສາລີແລະຫຍ້າ.

ເພາະສະນັ້ນ, ໃນຂະນະທີ່ຫຍ້າໄດ້ຖືກຮວບຮວມແລະເຜົາດ້ວຍໄຟ

ສິ່ງນີ້ສາມາດແປເປັນຮູບແບບເຄື່ອນໄຫວ. ອາດແປໄດ້ວ່າ: "ເພາະສະນັ້ນ, ໃນຂະນະທີ່ຜູ້ຄົນຮວບຮວມຫຍ້າແລະເຜົາພວກມັນດ້ວຍໄຟ" (ເບິ່ງ: rc://*/ta/man/translate/figs-activepassive)

ຈຸດ​ຈົບ​ຂອງ​ໂລກ

"ສຸດປາຍ"

ບຸດມະນຸດຈະສົ່ງເທວະດາຂອງຕົນອອກໄປ

ນີ້ພຣະເຢຊູ ກຳລັງເວົ້າເຖິງຕົວເອງ. ອາດແປໄດ້ວ່າ: "ຂ້ອຍ, ບຸດມະນຸດ, ຈະສົ່ງເທວະດາຂອງຂ້ອຍອອກ" (ເບິ່ງ: rc://*/ta/man/translate/figs-123person)

ຜູ້ທີ່ກະທຳ ຄວາມຊົ່ວຮ້າຍ

"ຜູ້ທີ່ຜິດກົດບັນຍັດ" ຫລື "ຄົນຊົ່ວ"

ເຕົາໄຟ

ນີ້ແມ່ນການປຽບທຽບ ສຳລັບໄຟໄຫມ້ນະຣົກ. ຖ້າຄຳ ວ່າ "ເຕົາໄຟ" ບໍ່ເປັນທີ່ຮູ້ຈັກ, "ເຕົາອົບ" ກໍ່ສາມາດໃຊ້ໄດ້. ອາດແປໄດ້ວ່າ: "ເຕົາໄຟທີ່ຮຸນແຮງ" (ເບິ່ງ: rc://*/ta/man/translate/figs-metaphor)

ຮ້ອງໄຫ້ແລະຂົບແຂ້ວ

ນີ້ສະແດງເຖິງຄວາມໂສກເສົ້າແລະຄວາມທຸກທໍຣະມານທີ່ສຸດ. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 8:11.

ສ່ອງຄ້າຍຄືແສງແດດ

ຖ້າການຈຳລອງແບບນີ້ບໍ່ສາມາດເຂົ້າໃຈໄດ້ໃນພາສາຂອງທ່ານ, ທ່ານສາມາດໃຊ້: "ເບິ່ງງ່າຍຄືກັບຕາເວັນ." (ເບິ່ງ: rc://*/ta/man/translate/figs-simile)

ພຣະບິດາ

ນີ້ແມ່ນຕຳແຫນ່ງທີ່ສຳຄັນ ສຳລັບພຣະເຈົ້າ. (ເບິ່ງ: Guidance_sonofgodprinciples)

ລາວຜູ້ທີ່ມີຫູ

ນີ້ແມ່ນວິທີການອ້າງອີງເຖິງທຸກໆຄົນທີ່ຟັງ. ອາດແປໄດ້ວ່າ: "ທຸກໆຄົນທີ່ຟັງຂ້ອຍ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 11:13. (ເບິ່ງ: rc://*/ta/man/translate/figs-idiom)

ປ່ອຍໃຫ້ເຂົາຮັບຟັງ

ທີ່ນີ້ "ຟັງ" ຫມາຍເຖິງເອົາໃຈໃສ່. ອາດແປໄດ້ວ່າ: "ຕ້ອງເອົາໃຈໃສ່ກັບສິ່ງທີ່ຂ້ອຍເວົ້າ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 11:13. (ເບິ່ງ: rc://*/ta/man/translate/figs-metonymy)