lo_tn/mal/03/16.md

2.0 KiB

ຂໍ້ມູນທົ່ວໄປ

ເຫດການທີ່ໄດ້ອະທິບາຍຢູ່ນີ້ ອາດຈະເກີດຂຶ້ນ ຫລັງຈາກທີ່ຄົນຂອງພຣະເຈົ້າໃນອິດສະຣາເອນໄດ້ກັບໃຈຈາກຄວາມບາບຂອງພວກເຂົາ.

ແລະ ມີປຶ້ມບັນທຶກຄວາມຈຳຫົວຫນຶ່ງໄດ້ຂຽນຕໍ່ພຣະພັກຂອງພຣະອົງກ່ຽວກັບຄົນເຫລົ່ານັ້ນ ທີ່ຢຳເກງພຣະຢາເວ

ນີ້ສາມາດຫມາຍຄວາມວ່າ 1) ຊາວອິດສະຣາເອນໄດ້ບັນທຶກເພື່ອພວກເຂົາຈະຈື່ໃນສິ່ງທີ່ພວກເຂົາໄດ້ສັນຍາໄວ້ ແລະ ຂຽນລາຍຊື່ຂອງຄົນທັງຫລາຍທີ່ຢຳເກງພຣະຢາເວ ຫລື 2). ພຣະຢາເວໄດ້ເຮັດໃຫ້ຜູ້ໃດຜູ້ຫນຶ່ງໃນແຜ່ນດິນສະຫວັນ ບັນທຶກລາຍຊື່ຂອງຄົນທັງຫລາຍທີ່ຢຳເກງພຣະອົງ.

ປຶ້ມບັນທຶກຄວາມຈຳ

ໃນສຳນວນນີ້ຫມາຍເຖິງປຶ້ມຫົວໃດຫົວຫນຶ່ງທີ່ປະຊາຊົນໃຊ້ບັນທຶກເພື່ອຊ່ວຍພວກເຂົາຈື່ໃນສິ່ງທີ່ສຳຄັນ, ເຊັ່ນ: ເຫດການ ຫລື ຄົນທີ່ຢູ່ໃນສະໄຫມກ່ອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຖວາຍກຽດແດ່ພຣະນາມຂອງພຣະອົງ

ໃນທີ່ນີ້ “ນາມຂອງພຣະອົງ” ຫມາຍເຖິງພຣະເຈົ້າເອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)