lo_tn/mal/03/06.md

2.8 KiB

ຂໍ້ມູນທົ່ວໄປ

ພຣະຢາເວ ຊົງສືບຕໍ່ກ່າວກັບປະຊາຊົນອິດສະຣາເອນ.

ບໍ່ໄດ້ມາເຖິງຈຸດຈົບ

"ບໍ່ໄດ້ສູນເສຍໄປ"

ຈາກສະໄຫມທີ່ບັນພະບູລຸດຂອງພວກເຈົ້າ ໄດ້ຫັນຫນີໄປຈາກກົດເກນຂອງເຮົາ ແລະ ບໍ່ໄດ້ຖືຮັກສາໄວ້

ການບໍ່ເຊື່ອຟັງພິທີການຂອງພຣະເຈົ້າ ຖືກກ່າວເຖິງຄືກັບວ່າມັນເປັນການຫັນຫນີຈາກພວກເຂົາ. ອາດແປໄດ້ອີກວ່າ: "ທ່ານໄດ້ບໍ່ເຊື່ອຟັງພິທີການຂອງເຮົານັບຕັ້ງແຕ່ສະໄຫມຂອງບັນພະບູລຸດຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈົ່ງກັບມາຫາເຮົາ ແລະ ເຮົາຈະກັບໄປຫາພວກເຈົ້າ

ໃນທີ່ນີ້ ການຮັກຊຶ່ງກັນແລະກັນ ແລະ ຊື່ສັດຕໍ່ກັນແລະກັນ ແມ່ນຖືກກ່າວເຖິງຄືກັບວ່າ ການໄດ້ກັບຄືນມາຫາກັນ. ອາດແປໄດ້ອີກວ່າ: "ຮັກເຮົາ ແລະ ໃຫ້ກຽດເຮົາ, ແລະ ເຮົາຈະຊ່ວຍພວກເຈົ້າສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກຂ້ານ້ອຍຈະກັບໄປຫາພຣະອົງໄດ້ຢ່າງໃດ?

ປະຊາຊົນຖາມຄຳຖາມນີ້ ເພື່ອອ້າງວ່າພວກເຂົາບໍ່ເຄີຍຢຸດໃນການເຊື່ອຟັງພຣະເຈົ້າເລີຍ. ນີ້ສາມາດສະແດງອອກເປັນຮູບປະທຳ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ເຄີຍຫນີຈາກພຣະອົງ, ສະນັ້ນພວກເຮົາບໍ່ສາມາດກັບຄືນມາຫາເຈົ້າໄດ້." ຫລື "ພວກເຮົາບໍ່ເຄີຍຫນີຈາກພຣະອົງ, ສະນັ້ນ ມັນບໍ່ມີຄວາມຫມາຍຫຍັງທີ່ຈະເວົ້າກ່ຽວກັບພວກເຮົາໃນການກັບມາຫາພຣະອົງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)