lo_tn/mal/03/01.md

56 lines
8.8 KiB
Markdown

# ຂໍ້ມູນທົ່ວໄປ
ພຣະຢາເວເລີ່ມເວົ້າອີກເທື່ອຫນຶ່ງຕໍ່ຊາວອິດສະຣາເອນ ໃນຂໍ້ທີ 1, ແຕ່ຜູ້ປະກາດພຣະທັມມາລາກີເລີ່ມຕົ້ນເວົ້າໃນຂໍ້ທີ 2.
# ເບິ່ງແມ
"ເບິ່ງເເມ" ຫລື "ຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ເຮົາກຳລັງຈະບອກເຈົ້າ".
# ເຂົາຈະຕຽມຫົນທາງຂ້າງຫນ້າເຮົາ
ຕໍ່ໄປນີ້ແມ່ນການກຽມປະຊາຊົນໃຫ້ພ້ອມທີ່ຈະຕ້ອນຮັບພຣະຢາເວ ແມ່ນຄືວ່າຖະຫນົນຫົນທາງໄດ້ຖືກເກັບກູ້ສໍາລັບການເດີນທາງຂອງພຣະຢາເວ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ແລ້ວອົງພຣະຜູ້ເປັນເຈົ້າ, ທີ່ພວກເຈົ້າສະແຫວງຫາ,.... ທູດແຫ່ງພັນທະສັນຍາໃນພວກທີ່ພວກເຈົ້າພໍໃຈ
ໃນບາງສະບັບທີ່ທັນສະໄຫມ ແປເພື່ອໃຫ້ຄວາມຫມາຍທັງສອງປະໂຫຍກນີ້ກ່າວເຖິງຄົນຄົນດຽວກັນ. ໃນຫລາຍສະບັບ ກໍເຮັດໃຫ້ຄຳຖາມນີ້ມີຄວາມສັບສົນ. ພວກເຮົາຂໍແນະນຳໃຫ້ການແປຕ່າງໆນີ້ ໃຫ້ປະຄວາມສັບສົນນີ້.
# ທູດແຫ່ງພັນທະສັນຍາ
ເກືອບທຸກສະບັບມີຄວາມຫມາຍທີ່ບໍ່ແນ່ນອນຂອງສຳນວນນີ້. ແຕ່ຜູ້ແປອາດຈະຕ້ອງໄດ້ເຮັດໃຫ້ສາຍສຳພັນລະຫວ່າງ "ທູດ" ແລະ "ພັນທະສັນຍາ" ມີຄວາມຫມາຍຈະແຈ້ງ. ນຳສະເຫນີ "ທູດ" ເປັນຫນຶ່ງໃນຄຳສັນຍາດ້ວຍພັນທະສັນຍາທີ່ວ່າ ພຣະຢາເວມີຕໍ່ອິດສະຣາເອນ. ທາງເລືອກອີກຢ່າງຫນຶ່ງ ແມ່ນການນຳສະເຫນີທູດໃຫ້ເປັນບຸກຄົນທີ່ຈະຢັ້ງຢືນຄຳສັນຍານັ້ນ ຫລື ປະກາດພັນທະສັນຍາໃຫມ່.
# ແຕ່ໃຜຈະທົນຢູ່ໄດ້ໃນວັນແຫ່ງການສະເດັດມາຂອງພຣະອົງ? ໃຜຈະຢືນຢູ່ໄດ້ເມື່ອພຣະອົງຊົງປະກົດ?
ຄຳຖາມທີ່ຫວ່ານລ້ອມເຫລົ່ານີ້ ຫມາຍຄວາມວ່າ ບໍ່ມີໃຜຈະສາມາດຕ້ານທານກັບພຣະຢາເວໄດ້ ເມື່ອພຣະອົງສະເດັດມາ. ພວກເຂົາສາມາດຖືກລວມເຂົ້າເປັນປະໂຫຍກບອກເລົ່າປະໂຫຍກຫນຶ່ງ. ອາດແປໄດ້ອີກວ່າ: "ເຖິງຢ່າງໃດກໍຕາມ, ບໍ່ມີໃຜຈະສາມາດຕ້ານທານກັບພຣະຢາເວ ເມື່ອພຣະອົງຈະສະເດັດມາຕັດສິນພວກເຂົາ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]])
# ວັນແຫ່ງການສະເດັດມາຂອງພຣະອົງ
ໃນທີ່ນີ້ "ວັນ" ຫມາຍເຖິງ "ເວລາ." ອາດແປໄດ້ອີກວ່າ: "ເວລາທີ່ພຣະອົງຈະສະເດັດມາ".
# ຈະຢືນຢູ່ໄດ້
ການຢືນຢູ່ໃນທີ່ນີ້ ສະແດງເຖິງການຕໍ່ຕ້ານກັບການໂຈມຕີ ຫລື ການກ່າວຫາຂອງຜູ້ໃດຜູ້ຫນຶ່ງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ພຣະອົງຈະເປັນເຫມືອນໄຟທີ່ຫລອມໂລຫະ ແລະ ເປັນດັ່ງສະບູທີ່ມີພະລັງແຮງຊັກລ້າງ
ປະໂຫຍກນີ້ໃຫ້ເຫດຜົນວ່າ ເປັນຫຍັງຈຶ່ງບໍ່ມີໃຜທີ່ຈະຕ້ານທານກັບພຣະເຈົ້າ ເມື່ອພຣະອົງສະເດັດມາ. ອຳນາດຂອງພຣະເຈົ້າໃນການຕັດສິນຜູ້ຄົນ ແລະ ໃນການຢຸດພວກເຂົາຈາກການເຮັດບາບແມ່ນເວົ້າເຖິງຄືກັບວ່າ ມັນແມ່ນອຳນາດຂອງສະບູທີ່ແຮງໃຊ້ໃນການຊັກເຄື່ອງນຸ່ງໃຫ້ຄວາມສະອາດ, ຫລື ອຳນາດຂອງໄຟໃນການເຮັດໃຫ້ວັດຖຸໃດຫນຶ່ງລະລາຍ. ນີ້ແມ່ນວິທີການເວົ້າວ່າ ອຳນາດຂອງພຣະເຈົ້າທີ່ຈະເຮັດສິ່ງເຫລົ່ານີ້ ບໍ່ສາມາດຈະຢຸດຢັ້ງໄດ້. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]])
# ພຣະອົງຈະຊຳລະບັນດາລູກຊາຍຂອງເລວີໃຫ້ບໍຣິສຸດ
ການໃຫ້ອະໄພແກ່ພວກລູກຊາຍຂອງເລວີ ແລະ ຊັກຊວນພວກເຂົາບໍ່ໃຫ້ເຮັດບາບອີກຕໍ່ໄປ ແມ່ນເວົ້າຄືກັບວ່າມັນເປັນໂລຫະບໍຣິສຸດ. ອາດແປໄດ້ອີກວ່າ: "ແລະ ລາວຈະແກ້ໄຂພວກລູກຊາຍຂອງເລວີ ແລະ ໃຫ້ອະໄພໃນຄວາມຜິດບາບຂອງພວກເຂົາ". (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ບັນດາລູກຊາຍຂອງເລວີ
ໃນທີ່ນີ້ “ລູກຊາຍ” ຫມາຍເຖິງລູກຫລານ. ເຊື້ອສາຍຊາຍຂອງເລວີເປັນປະໂລຫິດ ແລະ ຜູ້ເຮັດວຽກງານໃນພຣະວິຫານ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ພຣະອົງຈະສະເດັດມາ
ການນັ່ງຢູ່ທີ່ນີ້ ຫມາຍເຖິງ ການກະທຳຂອງຊ່າງຕີເຫລັກ, ຜູ້ທີ່ນັ່ງລົງເພື່ອເຮັດໃຫ້ເງິນແລະ ຄຳຈຳນວນຫນ້ອຍນີ້ຖືກຫລໍ່ຫລອມໃຫ້ບໍຣິສຸດ. ມັນຍັງສະແດງເຖິງການກະທຳຂອງກະສັດ, ຜູ້ທີ່ນັ່ງເທິງບັນລັງ ເພື່ອຕັດສິນຄົນ ແລະ ປະທານດຳລັດໃຫ້. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]] ແລະ [[rc://*/ta/man/translate/figs-explicit]])
# ພຣະອົງຈະຊົງຫລອມພວກເຂົາເຫມືອນກັບຫລອມທອງຄຳ ແລະ ເງິນ
ໃນທີ່ນີ້ການຊັກຊວນປະຊາຊົນບໍ່ໃຫ້ເຮັດບາບອີກຕໍ່ໄປນັ້ນ ຄືເປັນຄຳເວົ້າກັບຊ່າງໂລຫະ ທີ່ເຮັດໃຫ້ຄຳ ແລະ ເງິນບໍຣິສຸດກວ່າເກົ່າ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]]).
# ແລະ ພວກເຂົາຈະນຳເຄື່ອງບູຊາແຫ່ງຄວາມຊອບທຳມາຖວາຍແດ່ພຣະຢາເວ
ໃນທີ່ນີ້ “ຄວາມຊອບທຳ” ຫມາຍຄວາມວ່າ“ ຖືກກະຕຸ້ນໂດຍຄວາມປາຖະຫນາອັນຊອບທຳທີ່ຈະນະມັດສະການພຣະເຈົ້າ.” ອາດແປໄດ້ອີກວ່າ: "ແລະ ພວກເຂົາຈະນຳເອົາເຄື່ອງຖວາຍບູຊາທີ່ເປັນທີ່ຍອມຮັບມາຖວາຍພຣະຢາເວ ເພື່ອເປັນການນະມັດສະການພຣະຢາເວ."