lo_tn/mal/02/17.md

3.2 KiB

ພວກເຈົ້າໄດ້ເຮັດໃຫ້ພຣະຢາເວຊົງເມື່ອຍພຣະໄທ

ພຣະຢາເວໄດ້ຖືກກ່າວເຖິງຄືກັບວ່າ ພຶດຕິກຳຂອງມະນຸດສາມາດເຮັດໃຫ້ພຣະອົງເມື່ອຍພຣະໄທ, ແຕ່ພຣະເຈົ້າບໍ່ສາມາດອ່ອນເພຍທັງທາງດ້ານຮ່າງກາຍ ຫລື ຈິດໃຈ. ປະໂຫຍກນີ້ອາດຈະຫມາຍຄວາມວ່າ ພຣະຢາເວໄດ້ຮູ້ສຶກຜິດຫວັງ ຫລື ຄຽດແຄ້ນ. ອາດແປໄດ້ອີກວ່າ: "ທ່ານໄດ້ເຮັດໃຫ້ ພຣະຢາເວບໍ່ພໍພຣະໄທ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຮົາໄດ້ເຮັດໃຫ້ພຣະອົງຊົງເມື່ອຍພຣະໄທຢ່າງໃດ?

ຄຳຖາມນີ້ມີຄວາມຫມາຍທີ່ຈະປະຕິເສດວ່າ ປະຊາຊົນບໍ່ໄດ້ເຮັດຜິດຫຍັງ. ນີ້ສາມາດສະແດງອອກເປັນປະໂຫຍກບອກເລົ່າ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ໄດ້ເຮັດໃຫ້ພຣະອົງອິດເມື່ອຍກັບພວກເຮົາຢ່າງແນ່ນອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໂດຍການເວົ້າວ່າ

ແນວຄິດທີ່ສົມບູນຢູ່ທີ່ນີ້ແມ່ນ, "ທ່ານໄດ້ຫລົງໄຫລເຂົາໂດຍການເວົ້າວ່າ." ນີ້ແມ່ນຄຳຕອບຂອງຜູ້ປະກາດພຣະທຳຕໍ່ຄຳ ຖາມທີ່ໂອ້ອວດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໃນສາຍພຣະເນດຂອງພຣະຢາເວ

ຕໍ່ໄປນີ້ແມ່ນ "ພຣະເນດຂອງພຣະຢາເວ" ຫມາຍເຖິງ "ຄວາມຄິດເຫັນຂອງພຣະຢາເວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະເຈົ້າຜູ້ຊົງຍຸດຕິທຳນັ້ນຢູ່ໃສ?

ພວກປະໂລຫິດຖາມຄຳຖາມນີ້ເພື່ອທວງເອົາຄືນວ່າພຣະຢາເວບໍ່ສົນໃຈວ່າຜູ້ຄົນເຮັດສິ່ງທີ່ຊົ່ວຫລືບໍ່, ຫລືວ່າພຣະອົງບໍ່ເຄີຍລົງໂທດຜູ້ເຮັດຜິດ. ອາດແປໄດ້ອີກວ່າ: "ແນ່ນອນວ່າພຣະເຈົ້າບໍ່ໄດ້ລົງໂທດຄົນຊົ່ວ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພຣະເຈົ້າຜູ້ຊົງຍຸດຕິທຳ

ພຣະເຈົ້າຜູ້ທີ່ລົງໂທດຄົນຊົ່ວຮ້າຍຢ່າງທ່ຽງທຳ.