lo_tn/mal/02/14.md

5.8 KiB

ເພາະເຫດໃດພຣະອົງຈຶ່ງບໍ່ຊົງຍອມຮັບ?

ຄວາມຄິດທີ່ສົມບູນແມ່ນ "ເປັນຫຍັງພຣະອົງບໍ່ຫັນໄປຫາເຄື່ອງຖວາຍບູຊາ ຫລື ຍອມຮັບເອົາຄວາມເຕັມໃຈຈາກມືຂອງພວກເຮົາ?" (ເບິ່ງເພີ່ມເຕີມ: ມາລະກີ2:13) ຜູ້ແປບາງຄົນອາດຈະຕັດສິນໃຈໃຫ້ຄວາມຄິດທັງຫມົດນີ້ເປັນສະບັບຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ແຕ່ງງານເມື່ອຍັງຫນຸ່ມ

"ຜູ້ຍິງທີ່ເຈົ້າແຕ່ງງານຕອນເຈົ້າຍັງຫນຸ່ມ".

ພຣະຢາເວໄດ້ຊົງເປັນພະຍານລະຫວ່າງເຈົ້າກັບເມຍ, ຜູ້ທີ່ເຈົ້າແຕ່ງງານເມື່ອຍັງຫນຸ່ມ

ປະໂຫຍກນີ້ເດົາວ່າຍິງຄົນນີ້ຍັງມີຊີວິດຢູ່. (ເບິ່ງ: rc://*/ta/man/translate/writing-background)

ພະຍານລະຫວ່າງເຈົ້າກັບເມຍ, ຜູ້ທີ່ເຈົ້າແຕ່ງງານເມື່ອຍັງຫນຸ່ມ

ໃນທີ່ນີ້ແມ່ນພະຍານໃນຂໍ້ຕົກລົງ ລະຫວ່າງ ສອງຄົນທີ່ຢືນຢູ່ລະຫວ່າງພວກເຂົາ ເພື່ອເປັນພະຍານກ່ຽວກັບສິ່ງທີ່ພວກເຂົາໄດ້ຕົກລົງກັນ, ໃນກໍລະນີທີ່ມີການຜິດຖຽງກັນ ລະຫວ່າງສອງຄົນ. ປະໂຫຍກນີ້ຍັງມີຄວາມຫມາຍ ເພື່ອເຕືອນປະຊາຊົນວ່າ ພຣະຢາເວຈະລົງໂທດຊາວອິດສະຣາເອນຜູ້ທີ່ຝ່າຝືນພັນທະສັນຍາຂອງການແຕ່ງງານ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/writing-background]])

ພຣະອົງຊົງເຮັດໃຫ້ເຈົ້າກັບນາງເປັນຫນຶ່ງດຽວກັນ ໃຫ້ມີສ່ວນກັບພຣະວິນຍານຂອງພຣະອົງບໍ່ແມ່ນບໍ?

ຄຳຖາມນີ້ອາດຈະຖືກສະແດງອອກເປັນຮູບປະທຳ. ອາດແປໄດ້ອີກວ່າ: "ພຣະອົງໄດ້ສ້າງໃຫ້ຜົວແລະເມຍເປັນຄົນຄົນດຽວກັນ, ໂດຍມີສ່ວນຫນຶ່ງຂອງວິນຍານຂອງພຣະອົງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ນາງເປັນຄູ່ຄອງຂອງເຈົ້າ ແລະ ເປັນເມຍຂອງເຈົ້າໂດຍພັນທະສັນຍາ

ປະໂຫຍກນີ້ຫມາຍຄວາມວ່າ ຊາວອິດສະຣາເອນ ຈຳນວນຫລາຍໄດ້ຢ່າຮ້າງເມຍຂອງຕົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)

ເຮັດໃຫ້ເຈົ້າກັບນາງເປັນຫນຶ່ງດຽວກັນ

ສຳນວນນີ້ ຫມາຍຄວາມວ່າ ເຮັດໃຫ້ຜົວ ແລະ ເມຍເປັນເນື້ອ ຫນັງອັນດຽວກັນ. ອາດແປໄດ້ອີກວ່າ: "ເຮັດໃຫ້ຜົວແລະເມຍເປັນເນື້ອຫນັງດຽວກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)

ຈະໄດ້ລູກທີ່ມາຈາກພຣະເຈົ້າ

ເດັກນ້ອຍ ຜູ້ທີ່ຈະໃຫ້ກຽດ ແລະ ເຊື່ອຟັງພຣະເຈົ້າ.

ໂດຍພັນທະສັນຍາ

"ໂດຍພັນທະສັນຍາຂອງການແຕ່ງງານທີ່ທ່ານໄດ້ຕົກລົງແລ້ວ".

ເຮົາກຽດຊັງການຢ່າຮ້າງ

ໃນທີ່ນີ້ “ການຢ່າຮ້າງ” ຫມາຍເຖິງພຶດຕິກຳຂອງການຢ່າຮ້າງ, ເມື່ອຜູ້ຊາຍສົ່ງເມຍຫນີໄປ, ເພື່ອຈະສິ້ນສຸດການແຕ່ງງານກັບນາງ. ອາດແປໄດ້ອີກວ່າ: "ເຮົາກຽດຊັງ ເມື່ອຜູ້ຊາຍຢ່າຮ້າງກັບເມຍຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຄົນທີ່ຄຸມເສື້ອຜ້າຂອງເຂົາດ້ວຍຄວາມທາລຸນ

ປະໂຫຍກນີ້ອາດຈະຫມາຍເຖິງ ຜູ້ຊາຍຄົນໃດຄົນຫນຶ່ງທີ່ໃຊ້ຄວາມຮຸນແຮງຕໍ່ເມຍຂອງຕົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ດັ່ງນັ້ນ ຈົ່ງລະວັງຈິດໃຈຂອງເຈົ້າເອງໃຫ້ດີ ແລະ ຢ່ານອກໃຈເມຍຂອງເຈົ້າ

"ສະນັ້ນ ຈົ່ງລະມັດລະວັງ ຈົ່ງຈົງຮັກພັກດີຕໍ່ພັນລະຍາຂອງເຈົ້າ".